IMF: ອາ​ຊີ - ປາ​ຊີ​ຟິກ ມີ​ການ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ, ມີ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ

(VOVWORLD) - IMF ໄດ້ຍົກລະດັບການຄາດຄະເນອັດຕາການເຕີບໂຕຂອງພາກພື້ນ ອາຊີ - ປາຊີຟິກ ໃນປີ 2024 ຂຶ້ນເປັນ 4,5%, ເພີ່ມຂຶ້ນ 0,3 ຈຸດສ່ວນຮ້ອຍເມື່ອທຽບໃສ່ 6 ເດືອນກ່ອນໜ້ານັ້ນ. 
IMF: ອາ​ຊີ - ປາ​ຊີ​ຟິກ ມີ​ການ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ, ມີ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ - ảnh 1ບັນຍາກາດຕະຫຼາດແຫ່ງໜຶ່ງ ຢູ່ Chennai, ອິນເດຍ (ພາບ: AFP/TTXVN)

ວັນທີ 30 ເມສາ, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານກ່ຽວກັບແງ່ຫວັງເສດຖະກິດ ພາກພື້ນ ອາຊີ - ປາຊີຟິກ ປີ 2024, ໃນນັ້ນ ໄດ້ເນັ້ນໜັກເຖິງການເຕີບໂຕເສດຖະກິດຂອງພາກພື້ນນີ້ ພວມຢູ່ໃນໄລຍະເປັນປົກກະຕິ ແລະ ມີກຳລັງບົ່ມຊ້ອນພັດທະນາໃນຫຼາຍຂົງເຂດ.

ລະອຽດ, IMF ໄດ້ຍົກລະດັບການຄາດຄະເນອັດຕາການເຕີບໂຕຂອງພາກພື້ນ ອາຊີ - ປາຊີຟິກ ໃນປີ 2024 ຂຶ້ນເປັນ 4,5%, ເພີ່ມຂຶ້ນ 0,3 ຈຸດສ່ວນຮ້ອຍເມື່ອທຽບໃສ່ 6 ເດືອນກ່ອນໜ້ານັ້ນ. ປີ 2023, ເສດຖະກິດພາກພື້ນນີ້ ບັນລຸລະດັບການເຕີບໂຕໜ້າປະຫຼາດໃຈ ໃນໄລຍະ 6 ເດືອນທ້າຍປີ, ອັນໄດ້ຍົກລະດັບການເຕີບໂຕຂອງທັງປີຂຶ້ນເປັນ 5%, ສູງກວ່າເມື່ອທຽບໃສ່ໝາກຜົນຂອງປີ 2022 (3,9%). ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຢູ່ ອາຊີ ກວມສ່ວນໃຫຍ່ໃນລະດັບການເຕີບໂຕຕັ້ງໜ້າລວມມີ: ມາເລເຊຍ, ຟີລິບປີນ, ຫວຽດນາມ ແລະ ພິເສດແມ່ນ ອິນເດຍ. IMF ຕີລາຄາວ່າ ເຖິງວ່າການເຕີບໂຕຂອງພາກພື້ນ ອາຊີ - ປາຊີຟິກ ໃນປີນີ້ ຊ້າລົງ ແຕ່ຍັງດີກວ່າການຄາດຄະເນ ແລະ ອາຊີ - ປາຊີຟິກ ຍັງແມ່ນພາກພື້ນທີ່ຂະຫຍັນຂັນເຄື່ອນ, ກວມເອົາປະມານ 60% ອັດຕາເຕີບໂຕຂອງທົ່ວໂລກ.


 

ຕອບກັບ

ຂ່າວ/ບົດ​ອື່ນ