ຕື້ນ​ຕັນ​ໃຈ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ ຕໍ່​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ ສະເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

(VOVWORLD) -   “ໃນໃຈຂ້າພະເຈົ້າ, ຍາມໃດກໍຮູ້ບຸນຄຸນຕໍ່ລຸ້ນພໍ່, ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອສ້າງໄຊຊະນະ ດ້ຽນບຽນຝູ. ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈເມື່ອ ລັດໄດ້ຈັດພິທີສະເຫຼີມສະຫຼອງດ້ວຍຂອບຂະໜາດໃຫຍ່ ບໍ່ສະເພາະໃຫ້ລຸ້ນພວກຂ້າພະເຈົ້າເທົ່ານັ້ນ, ຫາກນັບທັງຄົນລຸ້ນໜຸ່ມມີຄວາມເຄົາລົບນັບຖື ແລະ ມີຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ”.

    ເມື່ອຕິດຕາມຮັບຊົມພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 7 ພຶດສະພາ 1954 – 7 ພຶດສະພາ 2024) ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 07 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ສະແດງຄວາມຕື້ນຕັນໃຈ ແລະ ເອກອ້າງທະນົງໃຈທີ່ສຸດ. ທູຮວ່ຽນ, ນັກຮຽນມັດທະຍົມຕອນປາຍ ຢູ່ ດ້ຽນບຽນ, ໃຫ້ຮູ້ວ່າ:

        “ນ້ອງເຫັນວ່າ ພິທີເດີນຂະບວນສວນສະໜາມນີ້. ບັນຍາກາດມ່ວນຫຼາຍ ດ້ວຍຂອບຂະໜາດໃຫຍ່. ປະຊາຊົນກໍໄດ້ມາຊົມເປັນຈຳນວນຫຼວງຫຼາຍ. ນ້ອງຮູ້ສຶກເອກອ້າງທະນົງໃຈຕໍ່ໄຊຊະນະ ດ້ຽນບຽນຝູ”.

ຕື້ນ​ຕັນ​ໃຈ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ ຕໍ່​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ ສະເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ - ảnh 1ປ້າ ຫວູທິຖຳ, ອະດີດນາຍທະຫານເສນາຮັກມາຈາກແຂວງ ຫາຍເຢືອງ (ພາບ: VOV5)

        ໂດຍມີໜ້າແຕ່ 5 ໂມງ ເຊົ້າ ເພື່ອລໍຖ້າຄະນະເດີນຂະບວນສວນສະໜາມ, ປ້າ ຫວູທິຖຳ, ອະດີດນາຍທະຫານເສນາຮັກມາຈາກແຂວງ ຫາຍເຢືອງ, ໃຫ້ຮູ້ວ່າ ປ້າມາ ດ້ຽນບຽນ ແຕ່ 3 ມື້ກ່ອນ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ. ໂດຍເປັນຄັ້ງທຳອິດມາ ດ້ຽນບຽນ, ປ້າໄດ້ນຳເອົາເຄື່ອງທີ່ລະນຶກຂອງພໍ່ - ເຊິ່ງເປັນນັກຮົບເກົ່າ ກອງພົນ 316 ທີ່ເຂົ້າຮ່ວມບັນດາການບຸກໂຈມຕີຢູ່ໂນນພູ A1 ກອ່ນນີ້ 70 ປີ. ປ້າ ຖຳ ແບ່ງປັນວ່າ:

        “ໃນໃຈຂ້າພະເຈົ້າ, ຍາມໃດກໍຮູ້ບຸນຄຸນຕໍ່ລຸ້ນພໍ່, ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອສ້າງໄຊຊະນະ ດ້ຽນບຽນຝູ. ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈເມື່ອ ລັດໄດ້ຈັດພິທີສະເຫຼີມສະຫຼອງດ້ວຍຂອບຂະໜາດໃຫຍ່ ບໍ່ສະເພາະໃຫ້ລຸ້ນພວກຂ້າພະເຈົ້າເທົ່ານັ້ນ, ຫາກນັບທັງຄົນລຸ້ນໜຸ່ມມີຄວາມເຄົາລົບນັບຖື ແລະ ມີຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ”.

ຕື້ນ​ຕັນ​ໃຈ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ ຕໍ່​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ ສະເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ - ảnh 2ລຸງ Roland Gaul, ແຂກທ່ອງທ່ຽວມາຈາກ ລຸກຊຳບວກ (ພາບ: VOV5)

        ສ່ວນລຸງ Roland Gaul, ແຂກທ່ອງທ່ຽວມາຈາກ ລຸກຊຳບວກ ຈັບທຸງຊາດ ຫວຽດນາມ ແລະ ທຸງຊາດ ລຸກຊຳບວກ ຢູ່ກາງເດີ່ນທີ່ມີຄົນຄັບຄາໜາແໜ້ນເພື່ອຮັບຊົມລາຍການເດີນຂະບວນສວນສະໜາມ ແບ່ງປັນວ່າ:

        “ຂ້າພະເຈົ້າກໍໄດ້ຄົ້ນຄວ້າກ່ຽວກັບປະຫວັດສາດການທະຫານ, ສະນັ້ນ ຍາມໃດກໍຢາກມາ ດ້ຽນບຽນ. ຂ້າພະເຈົ້າມາ ດ້ຽນບຽນຝູ ຄັ້ງທຳອິດ ແຕ່ກ່ອນນີ້ 25 ປີ, ແລະ ມາຄັ້ງນີ້, ຂ້າພະເຈົ້າຮູ້ສຶກຈັບໃຈຫຼາຍ ເມື່ອໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງເຫດການປະຫວັດສາດ ເຊິ່ງມີການເຂົ້າຮ່ວມຂອງທັງ 2 ຝ່າຍ.”

ກວາງຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ