ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ໄດ້ຈັດຂຶ້ນຢ່າງສົມກຽດ

(VOVWORLD) - ໄຊຊະນະ ດ້ຽນບຽນຝູ ແມ່ນການເຕົ້າໂຮມກຳລັງແຮງມະຫາສານຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນໄຊຊະນະຂອງຄວາມເປັນທຳ, ການຮ່ວມແຮງຮ່ວມໃຈຂອງປະຊາຊົນ, ຂອງມະໂນທຳ ແລະ ຄຸນຄ່າຂອງມະນຸດ
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ໄດ້ຈັດຂຶ້ນຢ່າງສົມກຽດ - ảnh 1(ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ)

        ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ລັດຖະບານແຫ່ງ ສສ. ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ແຂວງ ດ້ຽນບຽນ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ. ນີ້ແມ່ນເຫດການທາງການ ແລະ ສຳຄັນທີ່ສຸດໃນບັນດາເຫດການ, ການເຄື່ອນໄຫວໃນເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ.

        ເຂົ້າຮ່ວມເຫດການມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາງຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈືອງທິມາຍ, ທ່ານນາງຜູ້ຮັກສາການປະທານປະເທດ ຫວໍທິແອັງຊວັນ ພ້ອມກັບບັນດາການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງຢູ່ສູນກາງ, ບັນດາແຂວງ, ນະຄອນ. ເຂົ້າຮ່ວມເຫດການຍັງມີບັນດາຜູ້ແທນສາກົນ, ໃນນັ້ນມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ; ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Neth Savoeun; ທ່ານລັດຖະມົນຕີກະຊວງກອງທັບ ຝລັ່ງ Sébastien Lecornu, ແລະ ທ່ານລັດຖະມົນຕີຮັບຜິດຊອບກ່ຽວກັບນັກຮົບເກົ່າ ແລະ ຄວາມຊົງຈຳສົງຄາມຂອງ ຝລັ່ງ Patricia Miralles,...

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ໄດ້ຈັດຂຶ້ນຢ່າງສົມກຽດ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວບົດສູນທອນພົດທີ່ພິທີ)

        ກ່າວບົດສູນທອນພົດທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ:

        “ໄຊຊະນະ ດ້ຽນບຽນຝູ ແມ່ນການເຕົ້າໂຮມກຳລັງແຮງມະຫາສານຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນໄຊຊະນະຂອງຄວາມເປັນທຳ, ການຮ່ວມແຮງຮ່ວມໃຈຂອງປະຊາຊົນ, ຂອງມະໂນທຳ ແລະ ຄຸນຄ່າຂອງມະນຸດ, ໂດຍໄດ້ຮັບການນຳພາຈາກແນວທາງການປະຕິວັດທີ່ຖືກຕ້ອງ, ປະດິດຄິດສ້າງ; ເລີ່ມມາຈາກການຊີ້ນຳທີ່ສະຫຼາດສະຫຼຽວຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ, ເຊິ່ງປະຊາຊົນບັນດາເຜົ່າ ຫວຽດນາມ ໃນທົ່ວທຸກແຫ່ງຂອງປະເທດຊາດໄດ້ອອກເຫື່ອເທແຮງສຸມຈິດສຸມໃຈ, ເປັນຈິດໜຶ່ງໃຈດຽວ, ປະກອບກຳລັງເຫື່ອແຮງໃຫ້ແກ່ບັ້ນຮົບ”.

        ໃນສູນທອນພົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອອັນລ້ຳຄ່າຂອງ ຈີນ, ບັນດາປະເທດ ໂຊວຽດເກົ່າ ໃນເມື່ອກ່ອນ, ບັນດາປະເທດສັງຄົມນິຍົມ, ເພື່ອນມິດສາກົນ, ບັນດາກຳລັງທີ່ກ້າວໜ້າ, ຮັກຫອມສັນຕິພາບໃນທົ່ວໂລກ, ພິເສດແມ່ນບັນດາປະເທດ ລາວ, ກຳປູເຈຍ ໃນການຮ່ວມສຳພັນສາມັກຄີສູ້ຮົບຂອງ 3 ປະເທດ ອິນດູຈີນ ສຳລັບບັ້ນຮົບ ດ້ຽນບຽນຝູ ເວົ້າສະເພາະ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ ເວົ້າລວມ.

        ໃນໄລຍະຈະມາເຖິງ, ຄາດວ່າ, ສະພາບການໂລກ, ພາກພື້ນຍັງມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ປະຊາຊົນທົ່ວປະເທດ ຈົ່ງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມຕັດສິນໃຈສູ້ຊົນສູງສຸດເພື່ອສືບຕໍ່ສ້າງບັນດາສິ່ງມະຫັດສະຈັນ “ດ້ຽນບຽນຝູໃໝ່”.

        “ໃນໄລຍະຈະມາເຖິງ, ພວກເຮົາໝັ້ນໝາຍຈະຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສຸມໃສ່: ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ແລະ ສ້າງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນຈຸດສຸມ, ເປັນປະຈຳ ເພື່ອປະຕິບັດຄວາມຄາດຫວັງສ້າງສາປະເທດສັງຄົມນິຍົມ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ວັດທະນາຖາວອນ, ສີວິໄລ, ສັນຕິສຸກ”.

        ພາຍຫຼັງງານຊຸມນຸມມິດຕິງ ແມ່ນພິທີເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ, ດ້ວຍການເຂົ້າຮ່ວມຂອງປະມານ 12.000 ຄົນ, ລວມມີບັນດາກຳລັງຂອງກອງທັບ, ທະຫານລາດປ້ອງກັນຕົວ ແລະ ຕຳຫຼວດ, ບັນດາຄະນະ, ຂະແໜງການ, ໝູ່ຄະນະໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ