ລາຍການສິລະປະພິເສດ “ດ້ຽນບຽນຝູ - ຫຼັກໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມປະຫວັດສາດ”

(VOVWORLD) - ກ່າວຄຳເຫັນທີ່ພິທີໄຂລາຍການ, ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໄດ້ຫວນຄືນປະຫວັດສາດ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ ທີ່ພິລະອາດຫານ, ຢັ້ງຢືນແນວທາງຕໍ່ສູ້ທີ່ຖືກຕ້ອງ
ລາຍການສິລະປະພິເສດ “ດ້ຽນບຽນຝູ - ຫຼັກໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມປະຫວັດສາດ” - ảnh 1ລາຍການສະແດງສິລະປະໃນຕອນຄ່ຳວັນທີ 6 ພຶດສະພາ
(ພາບ: VOV)

ຕອນຄ່ຳວັນທີ 6 ພຶດສະພາ, ຢູ່ສະໜາມຫຼວງ 7 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ໄດ້ຈັດລາຍການສະແດງສິລະປະພິເສດທີ່ມີຊື່ວ່າ: “ດ້ຽນບຽນຝູ - ຫຼັກໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມປະຫວັດສາດ”. ເຂົ້າຮ່ວມລາຍການມີທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ; ທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ; ທ່ານນາງ ຫວໍທິແອັງຊວນ, ຜູ້ຮັກສາການປະທານປະເທດ ຫວຽດນາມ…

        ກ່າວຄຳເຫັນທີ່ພິທີໄຂລາຍການ, ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໄດ້ຫວນຄືນປະຫວັດສາດ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ ທີ່ພິລະອາດຫານ, ຢັ້ງຢືນແນວທາງຕໍ່ສູ້ທີ່ຖືກຕ້ອງ, ປະດິດຄິດສ້າງຂອງພັກກ່ຽວກັບວັດທະນະທຳ, ການຕໍ່ສູ້ດ້ານວັດທະນະທຳ, ປົກປົກຮັກສາປະເທດຊາດເພື່ອເສີມຂະຫຍາຍນ້ຳໃຈຮັກຊາດຢ່າງສູງສຸດ, ເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈກຽມພ້ອມເສຍສະຫຼະຊີວິດເພື່ອປະເທດຊາດຂອງຊາດ ຫວຽດນາມ ວິລະຊົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ