ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

(VOVWORLD) - ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງລະດັບຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຄົບຮອບ 70ປີ (07 ພຶດສະພາ 1954 - ວັນທີ 7 ພຶດສະພາ 2024). ເຂົ້າຮ່ວມພິທີ, ມີທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ; ການນຳ, ອະດີດການນຳພັກ, ລັດລາວ; ກຳລັງປະກອບອາວຸດ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໄດ້ເຂົ້າຮ່ວມເປັນຈຳນວນຫຼາຍ.
ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ - ảnh 1 ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ  ກ່າວສູນທອນພົດ (ພາບ: VOV)

ກ່າວສູນທອນພົດໄຂພິທີ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ໃຫ້ຮູ້ວ່າ ໄຊຊະນະ ດ້ຽນບຽນຝູ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການປະຕິວັດ ລາວ, ສ້າງເງື່ອນໄຂສະດວກໃຫ້ແກ່ການຕໍ່ຕ້ານຂອງປະຊາຊົນລາວຢູ່ບັນດາສະໜາມຮົບ:

        “ພວກຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ເມື່ອກອງທັບປະຊາຊົນລາວ ໄດ້ມີການປະກອບສ່ວນເຂົ້າໃນໄຊຊະນະ ດ້ຽນບຽນຝູ ດ້ວຍການເປີດບັ້ນບຸກໂຈມຕີຕ່າງໆຢູ່ ພາກກາງລາວ, ສົມທົບກັບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເປີດບັນດາບັ້ນຮົບຢູ່ພາກໃຕ້ ຮອດ ພາກເໜືອ ລາວ, ພິເສດແມ່ນບັ້ນຮົບ ນ້ຳອູ່ ທີ່ໄດ້ມ້າງທຳລາຍບ່ອນອາໄສ ແລະ ເສັ້ນທາງຖອນກຳລັງຂອງສັດຕູ, ສ້າງເງື່ອນໄຂໃຫ້ກອງທັບ ຫວຽດນາມ ເປີດບັ້ນຮົບດັບສູນຖານທີ່ໝັ້ນ ດ້ຽນບຽນຝູ”.

        ທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ປາດຖະໜາວ່າ ພະນັກງານ, ລັດຖະບານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ທຸກຄົນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນຂອງນັກຮົບປະຕິວັດສອງຊາດ ລາວ - ຫວຽດນາມ, ພິເສດແມ່ນຄົນລຸ້ນໜຸ່ມມີຄວາມເຂົ້າໃຈກ່ຽວກັບການອຸທິດສ່ວນ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງນັກຮົບປະຕິວັດສອງປະເທດໃນເມື່ອກ່ອນ ເພື່ອມີສັນຕິພາບຄືໃນວັນນີ້. ພ້ອມທັງສືບຕໍ່ຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນໃຫຍ່ຫຼວງ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ພ້ອມກັນພັດທະນາປະເທດຊາດ.

ເຈິ່ນຕວັນ, ໂຮ່ຫາຍ - ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ