“ຜູ້ມີອິດທິພົນຊື່ສຽງໄດ້ເສີມຂະຫຍາຍວຽກງານໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນປະຕິບັດບັນດາແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດເປັນຢ່າງດີ. ພ້ອມກັນນັ້ນເຂົາເຈົ້າກໍ່ເປັນແບບຢ່າງໃນການຜັນຂະຫຍາຍບັນດາຮູບແບບພັດທະນາເສດຖະກິດ, ສັງຄົມ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນ. ທຸກປີ ພວກຂ້າພະເຈົ້າໄດ້ຈັດຕັ້ງບັນດາກອງປະຊຸມ, ການພົບປະສັງສັນຜູ້ມີອິດທິພົນຊື່ສຽງຢູ່ບັນດາແຂວງອື່ນ”.
ຜູ້ມີອິດທິພົນຊື່ສຽງ ໃນປະຊາຄົມຊາວຊົນເຜົ່າສ່ວນຫນ້ອຍຢູ່ແຂວງ ຮວ່າບິ່ງ ຍາມໃດກໍ່ນຳຫນ້າໃນການປະຕິບັດບັນດາຂະບວນການ “ຊາວກະສິກອນແຂ່ງຂັນທຳການຜະລິດດຳເນີນທຸລະກິດເກັ່ງ, ສາມັກຄີກັນຊ່ວຍເຫລືອກັນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ”, “ມະຫາສາມັກຄີທົ່ວປວງຊົນ”, “ອາຍຸສູງ, ເປັນແບບຢ່າງ” “ອຸທິດສ່ວນກຳລັງເຫື່ອແຮງ, ແນວຄວາມຄິດດີເພື່ອສ້າງສາບ້ານເກີດເມືອງນອນ”. ບັນດາເຈົ້າກົກເຈົ້າເຫລົ່າ, ນາຍບ້ານ ໄດ້ນຳຫນ້າໃນການຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານ ບ່ານຊິງເລືອງ, ຜູ້ມີອິດທິພົນຊື່ສຽງຂອງຊາວເຜົ່າຢ້າວ ຕາແສງ ທົງເຍິດ ນະຄອນ ຮວ່າບິ່ງ ແບ່ງປັນວ່າ:
“ຂ້າພະເຈົ້າໄດ້ຂົນຂວາຍພໍ່ແມ່ປະຊາຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງລັດ, ສິ່ງໃດເປັນປະໂຫຍດໃຫ້ແກ່ປະຊາຊົນ ຂ້າພະເຈົ້າກໍ່ປະຕິບັດ. ຜົນສຳເລັດນັ້ນກໍ່ແມ່ນຍ້ອນມີວຽກງານຂົນຂວາຍ. ເຈົ້າກົກເຈົ້າເຫລົ່າ, ນາຍບ້ານ ມີບົດບາດ, ຄວາມຮັບຜິດຊອບໃຫຍ່ຫລວງ ສະນັ້ນ ຕ້ອງຍາດແຍ່ງທຸກກາລະໂອກາດ. ໂຄສະນາ, ຂົນຂວາຍຢູ່ບັນດາກອງປະຊຸມສະຫລຸບ ຫລື ວັນບຸນ, ໂອ້ລົມສົນທະນາໂດຍກົງກັບປະຊາຊົນ, ເຮັດແນວໃດໃຫ້ມີຄວາມກົມກຽວໃນປະຊາຊົນທຸກຄົນ”.
ມີຫລາຍແບບຢ່າງດີເດັ່ນແມ່ນຜູ້ມີອິດທິພົນຊື່ສຽງ ໄດ້ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງບັນດາເຜົ່າ. ເຂົາເຈົ້າໄດ້ຖ່າຍທອດໃຫ້ລຸ້ນຫນຸ່ມ, ຂົນຂວາຍພໍ່ແມ່ປະຊາຊົນຮັກສາບັນດາງານບຸນ, ທຳນອງເພງພື້ນເມືອງ, ວາດຟ້ອນ, ເຄື່ອງດົນຕີພື້ນເມືອງຂອງເຜົ່າຕົນ. ໃນນັ້ນມີນັກສິລະປະກອນດີເດັ່ນ ຮ່າທິບິກ ຊາວເຜົ່າຜູ້ໄທ ຢູ່ ຕາແສງ ນ່າຟ່ອນ, ເມືອງ ມາຍເຈົາ ແມ່ນຜູ້ມີຄຸນງາມຄວາມດີໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍທຳນອງເພງພື້ນເມືອງຂອງຊາວເຜົ່າຜູ້ໄທ. ນັກສິລະປະກອນ ຮ່າທິບິກ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າ ໄດ້ສ້າງຕັ້ງສະໂມສອນຂັບເພງພື້ນເມືອງຂອງຊາວເຜົ່າຜູ້ໄທ, ດ້ວຍສະມາຊິກ 30 ຄົນ ມີທັງຍິງ ແລະ ຊາຍ ໃນທຸກເກນອາຍຸ. ພວກຂ້າພະເຈົ້າໄດ້ເລືອກເຟັ້ນຜູ້ມີພອນສະຫວັນ, ສຸດຈິດສຸດໃຈ. ສະໂມສອນເຄີຍໄປສະແດງໃນງານພັກງານບຸນ ຫລື ງານດອງ, ງານຂຶ້ນເຮືອນໃຫມ່... ທຳນອງເພງຂອງຊາວເຜົ່າຜູ້ໄທ ແມ່ນມີສີສັນສະເພາະ ແລະ ມີມາແຕ່ດົນນານ ແລະ ສືບທອດກັນມາຫລາຍລຸ້ນຄົນ”.
.
ລຸງ ຮ່ວາງຊິງເລືອງ ເຈົ້າກົກເຈົ້າເຫລົ່າ ຊາວເຜົ່າຢ້າວ, ຜຸ້ມິອິດທິພົນຊື່ສຽງ |
ໃນຂົງເຂດວັດທະນະທຳ, ມີແບບຢ່າງອື່ນ ແມ່ນຜູ້ມີອິດທິພົນຊື່ສຽງຂອງຊາວເຜົ່າເມື່ອງ ນັ້ນແມ່ນທ່ານ ບຸ່ຍຮູຍຫວ້ອງ, ນັກສິລະປະກອນດີເດັ່ນ, ນັກຄົ້ນຄວ້າວັດທະນະທຳເຜົ່າເມື່ອງ ແມ່ນຜູ້ທີ່ໄດ້ເກັບຮັກສາຫລາຍວັດຖຸພັນ, ຮູບພາບ, ເອກະສານ ກ່ຽວກັບວັດທະນະທຳຂອງຊົນເຜົ່າເມື່ອງ, ໃນນັ້ນ ມີ ພິທີ ມໍເມື່ອງ (ພິທີກຳການເຫລື້ອມໃສຂອງຊາວເຜົ່າເມື່ອງ), ປື້ມເພງພື້ນເມືອງຂອງຊາວເຜົ່າເມື່ອງ. ນັກສິລະປະກອນດີເດັ່ນ ບຸ່ຍຮູຍຫວ້ອງ ໃຫ້ຮູ້ວ່າ:
“ປະຈຸບັນ ລັດຖະບານ ຫວຽດນາມ ໄດ້ອະນຸຍາດໃຫ້ສ້າງສຳເນົາແຫ່ງຊາດ ມໍລະດົກວັດທະນະທຳພິທີ ມໍເມື່ອງ ເພື່ອຍື່ນສະເຫນີອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ຂອງສະຫະປະຊາຊາດ (UNESCO) ຮັບຮອງເອົາເປັນວັດທະນະທຳບໍ່ເປັນວັດຖຸ ທີ່ຄວນໄດ້ຮັບການຮັກສາຢ່າງຮີບດ່ວນ. ບາງມໍລະດົກວັດທະນະທຳອື່ນຂອງຊາວເຜົ່າເມື່ອງ ກໍ່ໄດ້ຮັບການຮັບຮູ້ເປັນມໍລະດົກວັດທະນະທຳລະດັບຊາດ. ຄວາມຮັກດ້ານວັດທະນະທຳພື້ນເມືອງຂອງຊາວເຜົ່າເມື່ອງ ຍາມໃດກໍ່ຝັງເລິກໃນໃຈຂ້າພະເຈົ້າ”.
ດ້ວຍອິດທິພົນຊື່ສຽງຂອງຕົນ, ພ້ອມກັບຄວາມຮັກປະເທດຊາດ, ບັນດາຜູ້ມີອິດທິພົນຊື່ສຽງຢູ່ແຂວງ ຮວ່າບິ່ງ ກໍ່ພວມປະກອບສ່ວນສຳຄັນເຂົ້າໃນການສ້າງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ພັດທະນາເສດຖະກິດ - ສັງຄົມ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງທ້ອງຖິ່ນ.