ແນະ​ນຳ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ ເມືອງ​ເກົ່າ ໂຮ້ຍ​ອານ

(VOVWORLD) -ໃນອາທິດຜ່ານມາ, ມີຈົດໝາຍ 443 ສະບັບ ໄດ້ສົ່ງມາຍັງ VOV5, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 23 ສະບັບຈາກທ່ານຜູ້ຟັງລາວ.

ຈົດໝາຍສະບັບທຳອິດ ທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ ແມ່ນຂອງເພື່ອນ ຮວ່າງເຕິນ, ຢູ່ແຂວງ ບັກຢາງ - ອະດີດນັກສຶກສາ ຫວຽດນາມ ຢູ່ລາວ ດ້ວຍເນື້ອໃນດັ່ງນີ້: ໃນລາຍການທ່ອງທ່ຽວຢູ່ແຂວງ ເງະອານ ຂອງຄອບຄົວ, ພວກຂ້າພະເຈົ້າໄດ້ໄປຢາມ ແລະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ ຢູ່ເຂດອະນຸສອນສະຖານ ກິມລຽນ, ເມືອງ ນາມດ່ານ - ບ້ານເກີດຂອງປະທານ ໂຮ່ຈີມິນ. ພວກຂ້າພະເຈົ້າມີຄວາມປະທັບໃຈຕໍ່ເຮືອນທີ່ລະນຶກປະທານ ໂຮ່ຈີມິນ ທີ່ໄດ້ອອກແບຕາມສະຖາປັດຕະຍາກຳເຮືອນຮ້ານ ລາວ. ເບິ່ຄືວ່າ ເມື່ອໄປຮອດແຂວງໃດຂອງ ຫວຽດນາມ ກໍພົບເຫັນສັນຍາລັກແຫ່ງນ້ຳໃຈໄມຕີຈິດມິຕະພາບ ຫວຽດນາມ - ລາວ”.

ແນະ​ນຳ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ ເມືອງ​ເກົ່າ ໂຮ້ຍ​ອານ - ảnh 1ເຮືອນທີ່ລະນຶກປະທານ ໂຮ່ຈີມິນ ທີ່ໄດ້ອອກແບຕາມສະຖາປັດຕະຍາກຳເຮືອນຮ້ານ ລາວ (ພາບ: baonghean.vn)

ຂອບໃຈເພື່ອນ ຮວ່າງເຕິນ ທີ່ໄດ້ສົ່ງຈົດໝາຍມາແບ່ງປັນກັບລາຍການ. ນະທີ່ນີ້, ພວກຂ້າພະເຈົ້າ ຂໍແຈ້ງໃຫ້ທ່ານຮັບຊາບຕື່ມອີກວ່າ ເຮືອນທີ່ລະນຶກ ປະທານ ໂຮ່ຈີມິນ ທີ່ເພື່ອນ ຮວ່າງເຕິນ ຫາກໍ່ເວົ້າເຖິງນັ້ນ ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ລາວ ຊຶ່ງໄດ້ກໍ່ສ້າງຕາມສະຖາປັດຕະຍາກຳລາວ ແລະ ໄດ້ເປີດຕ້ອນຮັບແຂກມາຢ້ຽມຊົມແຕ່ປີ 1990 ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ແລະ ໄດ້ຮັບການບູລະນະປະຕິສັງຂອນແຕ່ປີ 2016. ກິດຈະກຳໄດ້ຮັບການກໍ່ສ້າງຂຶ້ນເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງພື້ນຖານແກ່ການພົວພັນແບບພິເສດ ຫວຽດນາມ - ລາວ ຂອງພວກເຮົາ. ນີ້ກໍແມ່ນບ່ອນວາງສະແດງບັນດາວັດຖຸພັນ, ອະນຸສອນຂອງປະທານ ໂຮ່ຈີມິນ ທີ່ຕິດພັນກັບພັກ ແລະ ລັດ ລາວ, ກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ  ໃນວິວັດທະນາການຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍໃຫ້ແກ່ພາລະກິດຍາດເອົາເອກະລາດ ແລະ ສັນຕິພາບມາໃຫ້ສອງຊາດພວກເຮົາ.

ໃນຈົດໝາຍຝາກເຖິງ VOV5, ເພື່ອນ Jose Moacir Portera de Melo, ຊາວ ບຣາຊິນ ໄດ້ຂຽນວ່າ: ດົນແລ້ວ, ຂ້າພະເຈົ້າ ຈຶ່ງໄດ້ຂຽນຈົດໝາຍຝາກເຖິງ VOV, ສະຖານີວິທະຍຸກະຈາຍສຽງ ທີ່ມີຫຼາຍລາຍການທີ່ເປັນປະໂຫຍດຫຼາຍ. ຂ້າພະເຈົ້າມັກທີ່ສຸດ. ສ່ວນຫຼາຍ ຕອນແລງມື້ໃດຂ້າພະເຈົ້າກໍຮັບຟັງລາຍການຂອງ VOV. ຂ້າພະເຈົ້າາກຮູ້ຂໍ້ມູນຂ່າວກ່ຽວກັບປະເທດ ຫວຽດນາມ ເພາະຢູ່ປະເທດຂ້າພະເຈົ້າແມ່ນຫາໄດ້ຂ້ອນຂ້າງຍາກ.

ຈົດໝາຍສະບັບຕໍ່ໄປແມ່ນຂອງເພື່ອນ Eugene Kornykhin ຈາກປະເທດ ລັດເຊຍ. ເພື່ອນໃຫ້ຮູ້ວ່າ: ຂ້າພະເຈົ້າບໍ່ເຄີຍໄປຢ້ຽມຢາມ ຫວຽດນາມ ຈັກເທື່ອ. ຂ້າພະເຈົ້າພວມພະຍາຍາມສຳນຶກກ່ຽວກັບປະເທດ ຫວຽດນາມ ຜ່ານບັນດາລາຍການຂອງ VOV. ຂອບໃຈ VOV ທີ່ໄດ້ສະໜອງຫຼາຍຂໍ້ມູນຂ່າວສາລະໜ້າຮູ້ ແລະ ເປັນປະໂຫຍດ”. 

ເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກຈົດໝາຍເພື່ອສະແດງຄວາມຂອບອົກຂອບໃຈ ທີ່ທາງລາຍການໄດ້ເອົາຂ່າວ, ບົດທີ່ຕື້ນຕັນໃຈກ່ຽວກັບບັ້ນຮົບ ດ້ຽນບຽນຝູ ລົງໃນເວັບໄຊ vovworld.vn, ອັນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບແຂວງ ດ້ຽນບຽນ ຕື່ມອີກ. ນອກຈາກນັ້ນແລ້ວ, ເພື່ອນ ຈັນທິມາ ຍັງຢາກຮູ້ຕື່ມວ່າ: “ແຂວງ ດ້ຽນບຽນ ມີຊາຍແດນຕິດກັບປະເທດໃດແດ່ ແລະ ຕິດກັບແຂວງໃດຂອງລາວ, ສອງປະເທດມີດ່ານຊາຍແດນໃດແດ່?”

ດ້ຽນບຽນ ແມ່ນແຂວງຊາຍແດນເຂດພູດອຍຢູ່ທາງທິດຕາເວັນຕົກພາກເໜືອຂອງ ຫວຽດນາມ ແລະ ແມ່ນແຂວງໜຶ່ງດຽວທີ່ມີຊາຍແດນຕິດຈອດກັບ 2 ປະເທດ ລາວ ແລະ ຈີນ ດ້ວຍເສັ້ນຊາຍແດນມີຄວາມຍາວ 455 ກິໂລແມັດ. ທາງທິດຕາເວັນຕົກພາກເໜືອ ມີຊາຍແດນຕິດກັບ ແຂວງ ຢຸນໜານ ຂອງ ຈີນ, ສ່ວນທິດຕາເວັນຕົກ ແລະ ຕາເວັນຕົກພາກໃຕ້ ມີຊາຍແດນຕິດກັບ 3 ແຂວງພາກເໜືອລາວ ຄື ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ. ເສັ້ນຊາຍແດນ ຫວຽດນາມ - ລາວ, ແຂວງ ດ້ຽນບຽນ ມີດ່ານຊາຍແດນສາກົນ 2 ແຫ່ງ ຄື ເຕີຍຈາງ - ປາງຫົກ; ຫ້ວຍປວກ - ນາຊອນ; ດ່ານປະເພນີ 1 ແຫ່ງ: ສີປາຟິ່ນ - ຫ້ວຍຫຼ້າ, ດ່ານທ້ອງຖິ່ນ 2 ແຫ່ງ: ນາບຸງ - ລາວຟູຈາຍ; ນ້ຳດິກ - ຫ້ວຍເຮ້ຍ ແລະ ທາງຊອຍ 3 ແຫ່ງ: ນ້ຳລ່າ - ຫາດຮິມ; ຫວຍຈານ - ຫວຍຫຼາຍ; ປາເທີມ - ປາກເທິມ.

ແນະ​ນຳ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ ເມືອງ​ເກົ່າ ໂຮ້ຍ​ອານ - ảnh 2ໂຮ້ຍອານ ໄດ້ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າອາຊີ ປີ 2019 ແລະ 2021 (ພາບ: baoquangnam.vn)

ກ່ອນຈະສິ້ນສຸດລາຍການ, ພວກຂ້າພະເຈົ້າເຊີນທ່ານຜູ້ຟັງຊອກຮູ້ກ່ຽວກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເມືອງເກົ່າ ໂຮ້ຍອານ, ສິ່ງທີ່ເຮັດໃຫ້ສະຖານທີ່ແຫ່ງນີ້ໄດ້ຮັບການສະເໜີວ່າ “ເປັນຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າ ອາຊີ 2024” ໃນຂອບເຂດລາງວັນທ່ອງທ່ຽວໂລກ - World Travel Awards ຄັ້ງທີ 31 ປີ 2024 ພາກພື້ນ ອາຊີ - ປາຊີຟິກ. ນີ້ກໍແມ່ນຄຳຖາມຂອງເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ ທີ່ໄດ້ຝາກເຖິງລາຍການພາຍຫຼັງຮູ້ຂ່າວຜ່ານເວັບໄຊ vovworld.vn, ພາກພາສາລາວ.

ເພື່ອນ ຈຳປາ ພ້ອມດ້ວຍທ່ານຜູ້ຟັງທີ່ຮັກແພງ! ໂຮ້ຍອານ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາແຕ່ສະຕະວັດທີ XVI. ສະຖານທີ່ແຫ່ງນີ້ເຄີຍເປັນທ່າກ່ຳປັ່ນການຄ້າສາກົນທີ່ຄັບຄາໜາແໜ້ນທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແຕ່ນັ້ນຈົນຮອດທ້າຍສະຕະວັດທີ XIX. ຜ່ານການປ່ຽນແປງທາງປະຫວັດສາດຕາມການເວລາ, ທີ່ນີ້ໄດ້ກາຍເປັນບ່ອນເຕົ້າໂຮມ ແລະ ແລກປ່ຽນຂອງຫຼາຍພື້ນຖານວັດທະນະທຳ ຕາເວັນອອກ - ຕາເວັນຕົກ. ເມືອງເກົ່າ ໂຮ້ຍອານ ໄດ້ຮັບຄວາມປະທັບໃຈຢ່າງເລິກເຊິ່ງຍ້ອນມີສະຖາປັດຕະຍາກຳທີ່ເປັນເອກະລັກ ໂດຍໄດ້ສະແດງຜ່ານເຮືອນເກົ່າແກ່ຫຼັງຕ່າງໆ ແລະ ໂຄມໄຟ ໄດ້ສ້າງຊື່ສຽງໃຫ້ແກ່ນະຄອນ ໂຮ້ຍອານ. ໄປຄຽງຄູ່ກັນນັ້ນ, ເມືອງເກົ່າ ໂຮ້ຍອານ ຍັງດຶງດູດແຂກທ່ອງທ່ຽວດ້ວຍຫຼາຍກິດຈະກຳດ້ານວັດທະນະທຳ, ງານບຸນຕ່າງໆ ເຊັ່ນ ລອຍກະທົງ, ສິລະປະຂັບຈ່ອຍ, ລາຍການສະແດງວັດທະນະທຳ ໂຮ້ຍອານ... ຈຸດທີ່ເປັນເອກະລັກສະເພາະຢູ່ໝູ່ບ້ານຕ່າງໆຄື ໝູ່ບ້ານດິນເຜົາ,  ໝູ່ບ້ານແພໄໝ... ແລະ ວັດທະນະທຳອາຫານການກິນດ້ວຍລົດຊາດອັນເຂັ້ມຂຸ້ນໄດ້ສ້າງການສຳຜັດອັນຈັບອົກຈັບໃຈ.

ເນື່ອງຈາກບັນດາຈຸດວັດທະນະທຳດັ່ງກ່າວ, ໂຮ້ຍອານ ໄດ້ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າອາຊີ ປີ 2019 ແລະ 2021. ປີ 2024 ນີ້, ໂຮ້ຍອານ ສືບຕໍ່ໄດ້ຮັບການສະເໜີໃຫ້ບັນລຸນາມມະຍົດດັ່ງກ່າວອີກຄັ້ງໜຶ່ງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ. ຂໍຂອບໃຈ.

 

ຕອບກັບ

ຂ່າວ/ບົດ​ອື່ນ