ບ່ອນ​ເປີດ​ໂອ​ກາດ​ຮຽນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ເຂ​ດ​ພູ​ສູງ

(VOVWORLD) - ຮ້ານຕັດຜົມ ມາຍລານ (Mai Lan Hair Salon) ຕັ້ງຢູ່ຖະໜົນ ລາກລອງກວນ, ຮ່າໂນ້ຍ ແມ່ນຮ້ານຕັດຜົມພິເສດ. ນີ້ບໍ່ພຽງແຕ່ແມ່ນບ່ອນທີ່ເຮັດບັນດາຊົງຜົມງາມໆໃຫ້ແກ່ທຸກຄົນເທົ່ານັ້ນ, ຫາກຍັງແມ່ນບ່ອນສອນອາຊີບເຮັດຜົມໂດຍບໍ່ເກັບຄ່າໃຫ້ແກ່ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກຫຼາຍຄົນຢູ່ບາງທ້ອງຖິ່ນອີກດ້ວຍ. ການກະທຳດັ່ງກ່າວຂອງເອື້ອຍ ເຈິ່ນທິລານ, ເຈົ້າຂອງຮ້ານຕັດຜົມນັ້ນ ໄດ້ເລີ່ມດຳເນີນແຕ່ປີ 2021 ມາຮອດປັດຈຸບັນ, ດ້ວຍຄວາມປາດຖະໜາ ນຳມາເຊິ່ງການປ່ຽນແປງກ່ຽວກັບຄວາມຮັບຮູ້, ກໍຄືຊ່ວຍໃຫ້ບັນດາເພື່ອນໜຸ່ມຢູ່ເຂດພູສູງ ມີວຽກເຮັດງານທຳທີ່ເປັນປົກກະຕິ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຕົນເອງ ແລະ ຊ່ວຍເຫຼືອດ້ານເສດຖະກິດໃຫ້ແກ່ຄອບຄົວ.
ບ່ອນ​ເປີດ​ໂອ​ກາດ​ຮຽນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ເຂ​ດ​ພູ​ສູງ - ảnh 1ເອື້ອຍ ເຈິ່ນທິລານ ເຈົ້າຂອງຮ້ານ ພ້ອມດ້ວຍນັກຊ່ຽວຊານກ່ຽວກັບຜົມກຳລັງສອນວິທີເຮັດຜົມໃຫ້ສຳມະນາກອນທີ່ເປັນຊາວໜຸ່ມເຂດພູສູງ (ພາບ: VOV)

ນ້ອງ ທ່າວທິຢີ, ຢູ່ເມືອງ ນ້ຳໂປ, ແຂວງ ດ້ຽນບຽນ, ແມ່ນໜຶ່ງໃນບັນດາສຳມະນາກອນທີ່ພວມຮຽນວິຊາຊີບເຮັດຜົມຢູ່ຮ້ານຕັດຜົມ ມາຍລານ. ຄອບຄົວຂອງ ຢີ ປະສົບກັບຄວາມຫຍຸ້ງຍາກ ບໍ່ສາມາດມີເງິນໃຫ້ ຢີ ຮຽນຕໍ່, ສະນັ້ນ ຢີ ໄດ້ພັກຮຽນເພື່ອເຮັດໄຮ່ເຮັດນາ. ຊີວິດຂອງ ຢີ ກໍຈະບໍ່ຕ່າງຫຍັງກັບໝູ່ເພື່ອນຫຼາຍຄົນຢູ່ໃນບ້ານ ຖ້າຫາກວ່າບໍ່ຮູ້ຈັກເຖິງ ຮ້ານເຮັດຜົມ ມາຍລານ. ນາງ ທ່າວທິຢີ ແບ່ງປັນວ່າ:

ເມື່ອເຫັນໝູ່ເພື່ອນຂອງຂ້າພະເຈົ້າເອົາລູກເອົາຜົວໄວ, ແລ້ວລູກຫຼານກໍປະສົບກັບຄວາມຫຍຸ້ງຍາກໄປຕາມ, ດັ່ງນັ້ນ, ຂ້າພະເຈົ້າຢາກມີຊີວິດທີ່ດີກວ່າ. ເມື່ອໄປເຮັດຜົມຢູ່ ຮ່າໂນ້ຍ, ເອື້ອຍ ລານ ໄດ້ກະກຽມທຸກຢ່າງໃຫ້ຂ້າພະເຈົ້າ. ເອື້ອຍ ລານ ໄດ້ຊ່ວຍເຫຼືອຂ້າພະເຈົ້າຫຼາຍຢ່າງ, ສ້າງວຽກເຮັດງານທຳໃຫ້ຂ້າພະເຈົ້າ ແລະ ຊ່ວຍເຫຼືອຂ້າພະເຈົ້າທັງການກິນການຢູ່ອີກດ້ວຍ”.

ບໍ່ພຽງແຕ່ ທ່າວທິຢີ ເທົ່ານັ້ນ, ເພື່ອນໜຸ່ມ 8 ຄົນທີ່ເປັນຊົນເຜົ່າສ່ວນໜ້ອຍອື່ນ ເມື່ອມາຮຽນນຳຮ້ານເຮັດຜົມ ມາຍລານ ກໍລ້ວນແຕ່ໄດ້ຮຽນວິຊາຊີບ, ມີບ່ອນຢູ່ໂດຍບໍ່ຕ້ອງເສຍຄ່າ ກໍຄືໄດ້ຮັບການຊ່ວຍເຫຼືອຄ່າກິນສ່ວນໜຶ່ງອີກດ້ວຍ. ສຳລັບເຂົາເຈົ້າແລ້ວ, ຮ້ານຕັດຜົມ ມາຍລານ ຄືດັ່ງເຮືອນຫຼັງທີ 2 ແລະ ເອື້ອຍ ມາຍລານ ຄືດັ່ງແມ່ຜູ້ທີ 2 ໃນເຮືອນຫຼັງນັ້ນ, ນີ້ແມ່ນບ່ອນທີ່ນຳມາເຊິ່ງຊີວິດໃໝ່ດ້ວຍອະນາຄົດທີ່ສົດໃສກວ່າໃຫ້ແກ່ເຂົາເຈົ້າ.

ຮຽນຈົບມັດທະຍົມຕອນຕົ້ນແລ້ວ, ຂ້າພະເຈົ້າກໍອອກໂຮງຮຽນ. ຖ້າວ່າບໍ່ໄດ້ມາຮຽນວິຊາຊີບໂດຍບໍ່ເສຍຄ່າຢູ່ນີ້, ດຽວນີ້ ຂ້າພະເຈົ້າກໍກຳລັງເຮັດໄຮ່ເຮັດສວນຢູ່ບ້ານແລ້ວ”.

ຖ້າບໍ່ໄປຮຽນວິຊາຊີບ, ດຽວນີ້ໜ້າຈະໄປຮັບຈ້າງ ຫຼື ເອົາເມຍແລ້ວ”.

ບ່ອນ​ເປີດ​ໂອ​ກາດ​ຮຽນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ເຂ​ດ​ພູ​ສູງ - ảnh 2ຫຼັງຈາກຮຽນໄດ້ໄລຍະໜຶ່ງ, ສຳມະນາກອນຫຼາຍຄົນກໍສາມາດເປັນຊ່າງຕັດຜົມທີ່ເປັນມືອາຊີບ (ພາບ: VOV)

ດ້ວຍແນວຄວາມຄິດສອນວິຊາຊີບຈາກອາຊີບທີ່ຕົນໄດ້ຕິດພັນມາເກືອບ 30 ກວ່າປີ, ໃນຖ້ຽວການໄປບໍລິຈາກຢູ່ບັນດາເຂດຫ່າງໄກສອກຫຼີກ, ເຂດພູດອຍ, ເອື້ອຍ ມາຍລານ ໄດ້ຫາຄວາມຊ່ວຍເຫຼືອນຳຄູອາຈານຢູ່ສູນສຶກສານອກໂຮງຮຽນຂອງບາງເມືອງຢູ່ແຂວງ ດ້ຽນບຽນ, ລາຍເຈົາ, ຕວຽນກວາງ… ຂົນຂວາຍຄອບຄົວຊາວໜຸ່ມຊົນເຜົ່າ ມົ້ງ, ໄຕ, ໄຢ, ຜູ້ໄທ ຈຳນວນໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ພວກນ້ອງໄດ້ລົງມາ ຮ່າໂນ້ຍ ເພື່ອຮຽນອາຊີບເຮັດຜົມຢູ່ຮ້ານ ມາຍລານ. ພວກນ້ອງສ່ວນຫຼາຍແມ່ນຮຽນຈົບຊັ້ນ ມໍ4 ແລະ ມໍ7. ຄວາມຫຍຸ້ງຍາກໃນເບື້ອງຕົ້ນແມ່ນພວກນ້ອງສ່ວນຫຼາຍຮູ້ເວົ້າແຕ່ພາສາຊົນເຜົ່າ, ເວົ້າພາສາ ຫວຽດ ຍັງບໍ່ໄດ້ດີ, ດັ່ງນັ້ນ, ບັນດາເນື້ອໃນທິດສະດີທີ່ກ່ຽວຂ້ອງເຖິງອາຊີບເຮັດຜົມນັ້ນ, ເອື້ອຍ ລານ ຕ້ອງມີການກະກຽມຢ່າງລອບຄອບຖີ່ຖ້ວນ, ຊ່ວຍໃຫ້ເຂົາເຈົ້າສາມາດເຂົ້າໃຈໄດ້ຢ່າງງ່າຍດາຍທີ່ສຸດ. ເອື້ອຍ ມາຍລານ ແບ່ງປັນວ່າ:

“ຂ້າພະເຈົ້າຕ້ອງແບ່ງເປັນກຸ່ມນ້ອຍເພື່ອສອນພວກນ້ອງ. ສຳລັບຜູ້ທີ່ຫາກໍ່ຮຽນຈົບ ມໍ4 ນັ້ນ ຈະຕ້ອງຮຽນ ແລະ ປະຕິບັດຕົວຈິງຫຼາຍ. ຍາມໃດກໍມີຊ່າງຕັດຜົມຜູ້ໜຶ່ງຕິດຕາມບອກສອນເປັນປະຈຳ ແລະ ອະທິບາຍໃຫ້ພວກນ້ອງຕ້ອງເຮັດແນວໃດ? ແລ້ວຫຼັງຈາກນັ້ນ ຈຶ່ງກັບມາຮຽນທິດສະດີເພື່ອຮູ້ວ່າ ຍ້ອນຫຍັງຕ້ອງເຮັດຄືແນວນັ້ນ? ສຳລັບຜູ້ທີ່ຮຽນຈົບ ມໍ7 ແລ້ວ ຈະເຂົ້າໃຈທິດສະດີໄດ້ໄວກວ່າ ສະນັ້ນຈະຮຽນທິດສະດີກ່ອນ”.

ໄປຄຽງຄູ່ກັບການສອນວີຊາຊີບເຮັດຜົມແລ້ວ, ເອື້ອຍ ລານ ຍັງສອນພວກນ້ອງກ່ຽວກັບທັກສະດຳລົງຊີວິດ ແລະ ການທັກທາຍສື່ສານ; ສອນພວກນ້ອງຮຽນໜັງສື, ອ່ານກະວີ, ຮ້ອງເພງ ເພື່ອໃຫ້ພວກນ້ອງຮູ້ສຶກສະບາຍໃຈ ແລະ ໝັ້ນໃຈໃນການສື່ສານກັບຄົນອ້ອມຂ້າງ. ບໍ່ພຽງແຕ່ຢຸດຢູ່ການສອນວິຊາຊີບໃຫ້ພວກນ້ອງ, ເອື້ອຍ ມາຍລານ ຍັງຊ່ວຍໃຫ້ບັນດາເພື່ອນໜຸ່ມໃນການກຳນົດທິດຊີວິດຂອງຄົນ. ສິ່ງທີ່ເອື້ອຍປາດຖະໜາແມ່ນຢາກນຳມາເຊິ່ງໃຫ້ບັນດາຊາວໜຸ່ມຢູ່ເຂດພູດອຍ ບໍ່ພຽງແຕ່ແມ່ນການມີວຽກເຮັດງານທຳທີ່ເປັນປົກກະຕິເທົ່ານັ້ນ ຫາກຍັງແມ່ນແນວຄວາມຄິດທີ່ສຸຂຸມຮອບຄອບກວ່າ, ມີຄວາມຮູ້ຢ່າງຮອບດ້ານກວ່າອີກດ້ວຍ.

“ຢູ່ຮ່າໂນ້ຍ, ແນວຄວາມຄິດຂອງຊາວນະຄອນກໍຕ່າງກັບຢູ່ທາງບ້ານນ້ອງ. ຢູ່ທາງບ້ານ, ເຂົາເຈົ້າມັກເອົາຜົວເອົາເມຍໄວ. ນ້ອງຢູ່ບ້ານ, ພໍ່ແມ່ນ້ອງກໍບອກໃຫ້ເອົາຜົວ, ແຕ່ນ້ອງຍັງບໍ່ທັນຢາກເອົາຜົວເທື່ອ. ດັ່ງນັ້ນ, ນ້ອງໄດ້ເວົ້າກັບພໍ່ແມ່ວ່າ ນ້ອງຢາກມີວຽກເຮັດງານທຳທີ່ຖາວອນກ່ອນ ຈຶ່ງຈະເອົາຜົວ”.

ນ້ອງມີຄວາມຝັນຢາກກາຍເປັນນັກອອກແບບຊົງຜົມ. ນ້ອງຢາກມີຮ້ານຕັດຜົມສະເພາະຂອງຕົນ ເພື່ອຫາເງິນ, ໃຊ້ຈ່າຍໃນຊີວິດ”.

ພາຍຫຼັງຮຽນວິຊາຊີບໄດ້ໄລຍະໜຶ່ງ, ແຕ່ລະເດືອນ, ບັນດາສຳມະນາກອນຂອງເອື້ອຍ ມາຍລານ ຈະໄດ້ຮັບເງິນຊ່ວຍເຫຼືອໜ້ອຍໜຶ່ງເພື່ອຝາກໃຫ້ພໍ່ແມ່ຢູ່ທາງບ້ານ ເພື່ອຈູນເຈືອເສດຖະກິດຄອບຄົວ. ນອກຈາກນັ້ນແລ້ວ, ສຳລັບບັນດາສຳມະນາກອນທີ່ມີຄວາມຊຳນານ ກໍມີລາຍຮັບປະຈຳ ແຕ່ 8 – 10 ລ້ານດົ່ງຕໍ່ເດືອນອີກດ້ວຍ.

ໄລຍະຈະມາເຖິງ, ເອື້ອຍ ມາຍລານ ປາດຖະໜາວ່າ ຈະສືບຕໍ່ສອນໃຫ້ພວກນ້ອງສຳມະນາກອນຊົນເຜົ່າສ່ວນໜ້ອຍ ເພື່ອໃຫ້ພວກນ້ອງໄປໄກກວ່າໃນອາຊີບເຮັດຜົມ. ພິເສດ, ເອື້ອຍ ລານ ຄາດຄະເນວ່າ ຈະໃຫ້ສຳມະນາກອນຈຳນວນໜຶ່ງເຂົ້າຮ່ວມການເສັງສາກົນຕ່າງໆ, ຊ່ວຍໃຫ້ພວກນ້ອງປະສົບຜົນສຳເລັດ ແລະ ກາຍເປັນແບບຢ່າງທີ່ປຸກລຸກແຫຼ່ງແຮງບັນດານໃຈໃຫ້ບັນດາເພື່ອນໜຸ່ມທີ່ມີເງື່ອນໄຂຄືກັນ ໄດ້ມີການປ່ຽນແປງຈີນຕະນາການ, ຄວາມຮັບຮູ້. ຜ່ານນັ້ນ, ກໍຈະມີຊີວິດທີ່ສົດໃສສວຍງາມກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ