(VOVWORLD) -ວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ກຸ່ມທະນາຄານໂລກ (WBG) ປະຈຳຫວຽດນາມ ໄດ້ຈັດຕັ້ງພິທີປະກາດ ແຜນຄູ່ຮ່ວມມືແຫ່ງຊາດ (CPF) ກັບຫວຽດນາມ ໄລຍະ 2017 – 2020.
ທີ່ກອງປະຊຸມ
(ພາບ: kinhtedothi)
|
ກ່າວຄຳເຫັນຢູ່ທີ່ນີ້, ທ່ານຜູ້ອຳນວຍການ WBG ປະຈຳຫວຽດນາມ Ousmane Dione ຢືນຢັນວ່າ, ການສ້າງແຜນຄູ່ຮ່ວມມືແຫ່ງຊາດນີ້ໄດ້ເປັນຂີດໝາຍໃໝ່ ໃນການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງຫວຽດນາມ WBG ເພື່ອຄາດໝາຍພັດທະນາລວມແຫ່ງຊາດທີ່ນັບມື້ນັບມີຄວາມວັດທະນາຖາວອນ, ຍຸຕິທຳ ແລະ ໝັ້ນຄົງ. ເອກະສານດັ່ງກ່າວໄດ້ຍົກອອກບັນດາການກຳນົດທິດຍຸດທະສາດໃຫ້ການເຂົ້າຮ່ວມຂອງ WBG ປະຈຳຫວຽດນາມ ໃນຊຸມປີຈະມາເຖິງ. ເຂົ້າຮ່ວມ ແລະ ກ່າວປາໄສທີ່ພິທີປະກາດ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໋ຢຸງ, ຢືນຢັນວ່າ.
“ແຜນຄູ່ຮ່ວມມືແຫ່ງຊາດໄລຍະ 2017 – 2020 ຂອງ WBG ທີ່ສະຫງວນໃຫ້ແກ່ຫວຽດນາມ ຈະເປັນການປະຕິບັດບັນດາຄາດໝາຍພັດທະນາຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ, ບໍ່ພຽງແຕ່ຂອງໄລຍະ 5 ປີເທົ່ານັ້ນ, ຫາກຍັງຫຼາຍທົດສະວັດຈະມາເຖິງອີກດ້ວຍ, ນຳຫວຽດນາມ ກາຍເປັນປະເທດມີລາຍຮັບປານກາງ. ແຜນຄູ່ຮ່ວມມືຍຸດທະສາດຈະກາຍເປັນການກຳນົດທິດສຳຄັນ ຊ່ວຍເສີມຂະຫຍາຍການໜູນຊ່ວຍຂອງ WBG ທີ່ສະຫງວນໃຫ້ແກ່ຫວຽດນາມ ຢູ່ໃນລະດັບສູງສຸດ, ໄດ້ເປັນການຢືນຢັນຂອງທະນາຄານໂລກຮ່ວມເດີນທາງກັບຫວຽດນາມ ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມຸ່ງໄປເຖິງການພັດທະນາຢ່າງໄວ, ໝັ້ນຄົງໃນອະນາຄົດກວ່າອີກ”.