ກຸ່ມສະມາຊິກສະພາສູງ ພັກສາທາລະນະ ທ້າທາຍໝາກຜົນຂອງການເລືອກຕັ້ງອາເມລິກາ
(VOVWORLD) - ວັນທີ 2 ມັງກອນ, ທ່ານ Ted Cruz ສະມາຊິກສະພາສູງ ພັກສາທາລະນະ ໃຫ້ຮູ້ວ່າ ທ່ານພ້ອມກັບກຸ່ມໜຶ່ງລວມມີ ສະມາຊິກສະພາສູງ 10 ຄົນ ຂອງພັກນີ້ຈະຄັດຄ້ານໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ອາເມລິກາຢູ່ກອງປະຊຸມຂອງສະພາແຫ່ງຊາດໃນວັນທີ 6 ມັງກອນຈະມາເຖິງ.
ສະພາຕ່ຳອາເມລິກາ (ພາບ: AFP/TTXVN) |
ໃນຖະແຫຼງການຮ່ວມ, ກຸ່ມສະມາຊິກສະພາສູງພັກສາທາລະນະໂດຍທ່ານ Ted Cruz ນຳໜ້າໄດ້ຢັ້ງຢືນວ່າ ຈະປະຕິເສດໝາກຜົນຂອງການປ່ອນບັດເລືອກຕັ້ງຂອງຕາງໜ້າຄະນະຜູ້ມີສິດເລືອກຕັ້ງ ຍົກເວັ້ນກໍລະນີ ທີ່ສະພາແຫ່ງຊາດໄດ້ບົ່ງຕົວແຕ່ງຕັ້ງຄະນະກຳມະການເລືອກຕັ້ງທີ່ມີສິດສືບສວນຢ່າງຄົບຖ້ວນ ແລະ ຊອກຮູ້ກ່ຽວກັບສະພາບການຕົວຈິງ ເພື່ອແນໃສ່ດຳເນີນການກວດກາ ດ່ວນໃນຮອບເວລາ 10 ວັນ ຕໍ່ໝາກຜົນຂອງການເລືອກຕັ້ງຢູ່ ລັດແຫ່ງຕ່າງໆທີ່ມີການຂັດແຍ້ງກັນ.
ຕາມລັດຖະທຳມະນູນອາເມລິກາແລ້ວ, ບັນດາສະມາຊິກສະພາສູງ ແລະ ສະພາຕ່ຳຂອງ ສະພາແຫ່ງຊາດຈະຈັດກອງປະຊຸມໃນວັນທີ 6 ມັງກອນ ເພື່ອ ເປີດ ແລະ ນັບບັດເລືອກຕັ້ງຂອງຄະນະຜູ້ມີສິດເລືອກຕັ້ງ. ຜູ້ໃດມີຈຳນວນບັດເລືອກຕັ້ງ ຫຼາຍກ່ວາຈະເປັນປະທານາທິບໍດີ.