ກົມໃຫຍ່ສະຖິຕິຜັນຂະຫຍາຍໜ້າທີ່ປີ 2018

(VOVWORLD) - ຕອນເຊົ້າວັນທີ 22 ມັງກອນ, ທີ່ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມສະຫລຸບຂະແໜງສະຖິຕິປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018,
ກົມໃຫຍ່ສະຖິຕິຜັນຂະຫຍາຍໜ້າທີ່ປີ 2018 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ກົມໃຫຍ່ສະຖິຕິຄົ້ນຄວ້າ ເພື່ອຄິດໄລ່ GDP ໃຫ້ຖືກຕ້ອງ, ຄົບຖ້ວນ, ຍ້ອນວ່າ ປັດຈຸບັນຍັງບໍ່ທັນຄິດໄລ່ໄດ້ເສດຖະກິດປອດທາງການ, ໃນນັ້ນ ມີຂົງເຂດການບໍລິການ.

        ໃນປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງກົມໃໝ່ສະຖິຕິໄດ້ເປັນເສນາທິການໃຫ້ກະຊວງແຜນການ ແລະ ການລົງທຶນ, ໃຫ້ນາຍົກລັດຖະມົນຕີ ແລະ ລັດຖະບານກ່ຽວກັບແຜນການເຕີບໂຕປະຈຳໄຕມາດ, ນີ້ກໍ່ແມ່ນຄັ້ງທຳອິດທີ່ ຫວຽດນາມ ມີແຜນການເຕີບໂຕຕາມໄຕມາດ ເພື່ອເປັນພື້ນຖານໃຫ້ແກ່ການຊີ້ນຳບໍລິຫານ, ເພື່ອບັນລຸຄາດໝາຍທີ່ໄດ້ວາງອອກໃຫ້ທັງປີ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງພະນັກງານຂອງກົມໃຫຍ່ ທີ່ໄດ້ກຳແໜ້ນດ້ານວິຊາການ ແລະ ມີສະຕິປະຕິບັດກົດໝາຍ, ຮັບປະກັນຫຼັກການທຳອິດຂອງວຽກງານສະຖິຕິແມ່ນສັດຊື, ພາວະວິໄສ, ຊັດເຈນ, ທັນການເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ