(vovworld) - ວັນທີ 20/3, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 43 ຄົນ ແລະ ມີຜູ້ຖືກບາດເຈັບປະມານ 200 ຄົນໃນເຫດວາງລະເບີດຄັ້ງຕ່າງໆໃນທົ່ວປະເທດ Iraq. 1 ໃນ ບັນດາການບຸກໂຈມຕີທີ່ນອງເລືອດທີ່ສຸດເມື່ອວັນທີ 20/3 ຢູ່ນະຄອນແຫ່ງສັກສິດຂອງຊາວອິດສະລາມນິກາຍ Shiite Karbala, ໄດ້ເກີດຂຶ້ນເມື່ອລະເບີດ 2 ລູກໄດ້ລະເບີດໃນພາບດຽວຢູ່ມໍ່ກັບປ້ອມຕຳຫຼວດແຫ່ງໜຶ່ງ, ເຮັດໃຫ້ຢ່າງໜ້ອຍສຸດມີ 13 ຄົນເສຍຊີວິດ ແລະ 38 ຄົນຖືກບາດເຈັບ. ໃນຂະນະນັ້ນ, ມີເຫດບຸກໂຈມຕີຢ່າງນອງເລືອກອື່ນໄດ້ເກີດຂຶ້ນຢູ່ນະຄອນ Kirkuk ເພື່ອແນໃສ່ສຳນັກງານຕຳຫຼວດແຫ່ງໜຶ່ງ, ເຮັດໃຫ້ຕຳຫຼວດ ແລະ ສາມັນຊົນ 10 ຄົນເສຍຊີວິດ ແລະ 42 ຄົນຖືກບາດເຈັບ. ແລະກໍຢູ່ທິດໃຕ້ຂອງນະຄອນນີ້, ມີເຫດວາງລະເບີດທີ່ 3 ເກີດຂຶ້ນເຮັດໃຫ້ສາມັນຊົນ 10 ຄົນຖືກບາດເຈັບ. ສ່ວນຢູ່ນະຄອນຫຼວງ Baghdad, ໄດ້ເກີດເຫດວາງລະເບີດ 2 ຄັ້ງເຮັດໃຫ້ 8 ຄົນເສຍຊີວິດ ແລະ ເກືອບ 40 ຄົນຖືກບາດເຈັບ.