ກວ່າ 3,7 ລ້ານ USD ເພື່ອຮັບມື ກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາແຂວງທາງພາກເໜືອ

ກວ່າ 3,7 ລ້ານ USD ເພື່ອຮັບມື ກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາແຂວງທາງພາກເໜືອ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 19/9, ກະຊວງ​ກະສິກຳ ​ແລະ ຊົນນະບົດ ​ໄດ້​ປະກາດ​​ໃຊ້​ຂໍ້​ຕົກລົງອະນຸມັດ​ຜ່ານ​​​ໂຄງການ​ເພີ່ມ​ທິວີ​ຄວາມ​ສາມາດ​ຮັບ​ມື​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໃຫ້​ແກ່​ພືນຖານ​ໂຄງ​ລ່າງ​ບັນດາ​ແຂວງ​​ເຂດ​ພູດ​ວຍທາງ​ພາກ​ເໜືອ. ຍອດ​ຈຳນວນ​ເງິນ​ເພື່ອ​ປະຕິບັດ​ໂຄງການ​ແມ່ນ 3,7 ລ້ານ USD. ​ໂຄງການ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ບັນດາ​ແຂວງ​ຄື; ​ເຊີນ​ລາ, ລ້າງ​ເຊີນ, ດ້ຽມບຽນ, ວິ້ງ​ຟຸ໋ກ, ​ທ໋າຍ​ຫງວຽນ, ບັກ​ການ, ລາວ​ກາຍ, ຮ່ວາ​ບິ່ງ, ລາຍ​ເຈົາ, ຮ່າ​ຢາງ, ຟູ໋ທໍ້, ບັກ​ຢາງ ​ແລະ ອຽນ​ບ໋າ​ຍ ​ແຕ່​ນີ້​ຮອດ​ປີ 2015. ຈຸດໝາຍ​ຂອງ​​ໂຄງການ​ແມ່ນ​ຈັດ​​ເນື້ອ​ໃນ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຂົາ​ໃນ​ຍຸດ​ທະ​ສາດ, ນະ​ໂຍບາຍ ​ແລະ ວາງ​ແຜນການ​ທີ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ, ພິ​ເສດ​ແມ່ນ​ກະສິກຳ, ຊົນລະປະທານ ​ແລະ ກິດ​ຈຳ​ກຳ​ຄົມມະນາຄົມ​ຊົນນະບົດ, ຍົກ​ສູງ​ກຳລັງ​ຮັບ​ມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໃນ​ການ​ລົງທຶນ​ເຂົ້າ​ພື້ນຖານ​ໂຄງ​ລ່າງ​ເຂດ​ຊົນນະບົດ ​ແລະ ວາງ​ແຜນການ​ຢູ່​ຂັ້ນ​ເມືອງ ​ແລະ ຂັ້ນ​ແຂວງ.

ຂ່າວ/ບົດ​ອື່ນ