ເຂດພູພຽງຫີນ ດົງວັນ
ພາບ:internet
|
(vovworld)- ວັນທີ 2/11 ຢູ່ ເມືອງ ກວ໋ານບ້າ ແຂວງ ຮ່າຢາງ, ກະຊວງກໍ່ສ້າງ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຈັດຕັ້ງກອງປະຊຸມສຳມະນາ “ກໍ່ສ້າງ, ພັດທະນາ ເຂດພູພຽງຫີນດົງວັນ ເປັນສະຖານທີ່ທ່ອງທ່ຽວແຫ່ງຊາດ ແລະ ສາກົນ”. ນີ້ແມ່ນສວນສາທາລະນະທໍລະນີສາດທົ່ວໂລກແຫ່ງຫນຶ່ງດຽວຢູ່ຫວຽດນາມ ແລະ ແຫ່ງທີ 2 ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທີ່ກອງປະຊຸມສຳມະນາ, ການນຳບັນດາກະຊວງ, ຂະແຫນງການສູນກາງ, ບັນດາຜູ້ຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດ, ການນຳແຂວງ ຮ່າຢາງ ໄດ້ປຶກສາຫາລື, ສຸມໃສ່ບັນດາມາດຕະການສັງລວມກ່ຽວກັບການກໍ່ສ້າງ, ພັດທະນາສວນສາທາລະນະທໍລະນີສາດ ທີ່ໄດ້ຮັບການອະນຸມັດຈາກລັດຖະບານ ແລະ ສອດຄ່ອງກັບບັນດາມາດຖານຂອງເຄືອຂ່າຍສວນສາທາລະນະທໍລະນີສາດທົ່ວໂລກ, ສອດຄອ່ງກັບການກຳນົດທິດຍຸດທະສາດ ແລະ ການວາງແຜນກຳນົດສັງລວມ ພັດທະນາເສດຖະກິດ ສັງຄົມຂອງແຂວງ ຮ່າຢາງຮອດປີ 2020 ແລະ ວິໄສທັດຮອດປີ 2030.