ກອງທັບອິນໂດເນເຊຍ ວາງຈຸດໝາຍກາຍເປັນ ກອງທັບເຂັ້ມແຂງ ອັນດັບທີ 10 ໃນໂລກ
(ພາບ: AFP/TTXVN)
(vovworld)– ທ່ານ Ryamizard Ryacudu ລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຂອງອິນໂດເນເຊຍ ປະກາດວ່າ: ກອງທັບອິນໂດເນເຊຍ (TNI) ຈະສູ້ຊົນເພື່ອກາຍເປັນກອງທັບເຂັ້ມແຂງອັນດັບທີ 10 ໃນໂລກໃນປີ 2019 ແລະ ລັດຖະບານໃຫ້ຄຳໝັນສັນຍາສະໜັບສະໜູນ ແລະ ໜູນຊ່ວຍ TNI ບັນລຸໄດ້ຈຸດໝາຍດັ່ງກ່າວກໍ່ຄືປະຕິບັດໂຄງການຫັນກອງທັບເປັນທັນສະໄໝໃນປີ 2025. ປະຈຸບັນດາ, TNI ພວມຢືນຢອັນດັບທີ 9 ໃນພາກພື້ນອາຊີ-ປາຊີຟິກ ແລະ ທີ 19 ໃນໂລກ.
ປະຈຸບັນ, TNI ປະຕິບັດໄດ້ 38% ຈຸດໝາຍການສ້າງກຳລັງແຮງປ້ອງກັນຊາດ ແລະ ພວມພະຍາຍາມສຳເລັດກ່ອນກຳນົດເວລາເພື່ອມຸ່ງໄປເຖິງຈຸດໝາຍຮັບປະກັນກຳລັງແຮງປ້ອງກັນຊາດອັນຈຳເປັນຢ່າງສຸດຂີດ./.