(vovworld) – ຕອນເຊົ້າວັນທີ 4/7, ກອງທັບ ອີຢິບ ໄດ້ປົດຕຳແໜ່ງປະທານາທິບໍດີ Morsi ແລະ ຢຸດຕິລັດຖະທຳມະນູນທີ່ພວມປະກາດໃຊ້. ກ່າວຄຳເຫັນໃນຊ່ອງໂທລະພາບ ພ້ອມກັບວົງການການນຳກອງທັບ, ສາສະໜາ ແລະ ບັນດານັກການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ອີຢິບ ທ່ານ Abdel Fattah El – Sisi ໄດ້ຖະແຫຼງບົ່ງຕົວປະທານສານລັດຖະທຳມະນູນສູງສຸດ ອີຢິບ ເປັນການນຳຊົ່ວຄາວຂອງປະເທດນີ້. ທ່ານນາຍພົນ El – Sisi ກໍ່ຮຽກຮ້ອງດຳເນີນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດກ່ອນກຳນົດເວລາ, ສ້າງຕັ້ງຄະນະກຳມະການປັບປຸງລັດຖະທຳມະນູນ ແລະ ຄະນະກຳມະການປອງດອງຊາດ. ທ່ານ El – Sisi ໃຫ້ຮູ້ວ່າ: ລັດຖະບານ “ແຂງແຮງ ແລະ ມີກຳລັງຄວາມສາມາດ” ອາດຈະໄດ້ຮັບການສ້າງຕັ້ງດ້ວຍ “ຖານະທີ່ຄົບຖ້ວນ”. ໃນທັນທີນັ້ນ, ທ່ານປະທານາທິບໍດີ Morsi ໄດ້ປະຕິເສດຖະແຫຼງການຂອງກອງທັບ, ຖືນີ້ແມ່ນການກະທຳ “ຜິດກົດໝາຍ”, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ອີຢິບ ຕ້ານຄືນການລັດຖະປະຫານ ແບບ ສັນຕິພາບ.