ກອງປະຊຸມກຸ່ມພົວພັນຄູ່ຮ່ວມມືຄັ້ງທີ 2 ກ່ຽວກັບ ໜູນຊ່ວຍສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ

ກອງປະຊຸມກຸ່ມພົວພັນຄູ່ຮ່ວມມືຄັ້ງທີ 2 ກ່ຽວກັບ ໜູນຊ່ວຍສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ - ảnh 1
(ພາບປະກອບ)

​(vovworld) –  ກອງ​ປະຊຸມ​ກຸ່ມ​ພົວພັນ​ຄູ່​ຮ່ວມ​ມື​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ສັງຄົມ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ ດ້ວຍ​ຫົວ​ຂໍ້​ວ່າ: ​ເພີ່ມ​ທະວີ​ການໜູນ​ຊ່ວຍ​ສັງຄົມ​ໃນ​ອາ​ຊຽນ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ ຖືກ​ດຳ​ເນີນ​ໄປ​​ໃນ​ວັນ​ທີ 14/04, ຢູ່​ຮາ​​ໂນ້້ຍ. ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ສົມທົບ​ກັບ​ອົງການ​ຮ່ວມ​ມືພັດທະນາ​ເຢຍລະ​ມັນ ຈັດ​ຕັ້ງ. ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ, ການ​ໜູນ​ຊ່ວຍ​ສັງຄົມ​ແມ່ນ​ເນື້ອ​ໃນ​ກວ້າງ​ຂວາງນັບ​ມື້​ນັບ​ມີຄວາມ​ຮັບ​ຮູ້ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຢ່າງ​ສົມບູນ​ແບບໃນ​ທົ່ວ​ໂລກ. ນີ້​ກໍ່​ແມ່ນ​ບັນດາ​ທີ່ມີ​ລັກສະນະສັງ​ລວມ, ມີ​ລັກສະນະ​ລະຫວ່າງ​ຂະ​ແໜງ ​ແລະ ​ໃນ​ຫຼາຍ​ລະດັບ. ຄາດໝາຍ​ຂອງ​ການໜູນ​ຊ່ວຍ​ສັງຄົມ ​ແມ່ນ​ຮັບປະກັນ​ໃຫ້​ມີ​ລາຍ​ຮັບ​ຢ່າງ​ພຽງ​ພໍ່ ​ເພື່ອ​ຮັກສາ​ຄຸນ​ນະພາ​ບພື້ນຖານ​​ຊີ​ວິດຂອງ​ປະຊາຊົນ, ສ້າງ​ເງື່ອນ​ໄຂ​ສຳ​ພັດ​ກັບ​ບັນດາ​ການ​ບໍລິການ​ສັງຄົມພື້ນຖານ ​ແລະ ຮັບປະກັນວຽກ​ເຮັດ​ງານ​ທຳ​​ແບບ​ຍືນ​ຍົງ.
ຂ່າວ/ບົດ​ອື່ນ