ພາບປະກອບ:internet
|
(vovword)- ພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ: ກອງປະຊຸມການທ່ອງທ່ຽວສາກົນ ນະຄອນ ໂຮ່ຈິມີນ ປີ 2012 ຈະຈັດຕັ້ງແຕ່ວັນທີ 13 ຮອດວັນທີ 15/9 ຢູ່ ສູນກອງປະຊຸມ - ງານວາງສະແດງ ໄຊງອ່ນ. ປີນີ້ ລາຍການຈະເອົາໃຈໃສ່ເຖິງຄຸນນະພາບຂອງລູກຄ້າ. ສຳລັບລູກຄ້າສາກົນ, ຄຽງຄູ່ກັບຕະຫລາດເດີມ, ຄະນະຈັດຕັ້ງໄດ້ສຳພັດ ແລະ ຕັ້ງບັນຫາກັບບໍລິສັດການບິນບາງແຫ່ງ ແລະ ຄູ່ຮ່ວມມືສາກົນ ສະເຫນີສົມທົບເຊຶ້ອເຊີນລູກຄ້າ 120 ຄົນມີຄວາມສົນໃຈເຖິງ ຫວຽດນາມ ທີ່ມາຈາກຕະຫລາດ ເອີລົບໃຕ້, ອາຟຼິກາໃຕ້, ຕວັກກີ, ລັດເຊຍ, ຈີນ, ເອີລົບເຫນືອ, ອາເມລິກາ ແລະ ອີນເດຍ.