ກອງປະຊຸມການເງິນ G-20 ໃຫ້ຄຳໝັ້ນສັນຍາ ປັບປຸງລະດັບເຕີບໂຕ ເສດຖະກິດທົ່ວໂລກ
ທ່ານລັດຖະມົນຕີກະຊວງການເງິນ
ອົດສະຕາລີ Joe Hockey ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: AFP)
(vovworld) – ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G-20) ໄດ້ອັດລົງເມື່ອວັນທີ 21/9, ຢູ່ Cairns ປະເທດອົດສະຕາລີ ດ້ວຍຄຳໝັ້ນສັນຍາບັນລຸຈຸດໝາຍເພີ່ມລະດັບເຕີບໂຕຕື່ມອີກ 1,8% ເພີ່ມເຕີມ GDP ໃນທົ່ວໂລກຕື່ມອີກ 2000 ຕື້ USD ແລະ ສ້າງວຽກເຮັດງານທຳໃໝ່ໃຫ້ນັບລ້ານໆຄົນ. ທ່ານ Joe Hockey ລັດຖະມົນຕີກະຊວງການເງິນອົດສະຕາລີ, ປະທານກອງປະຊຸມຕີລາຄາວ່າ, ກອງປະຊຸມການເງິນ G-20 ໄດ້ປະສົບຜົນສຳເລັດດ້ວຍຄວາມເຫັນດີເຫັນພ້ອມຂອງທຸກໆປະເທດສະມາຊິກໃນບັນດາຈຸດໝາຍປັບປຸງການເຕີບໂຕ, ສະເໜີຂໍ້ລິເລິ່ມພື້ນຖານໂຄງລ່າງທົ່ວໂລກ, ປະຕິຮູບຂົງເຂດການເງິນ ແລະ ເຊື່ອມໂຍງດ້ານພາສີ. ທ່ານຍັງໃຫ້ຮູ້ວ່າ, ກອງທຶນເງິນຕາສາກົນ (IMF), ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຄົ້ນຄ້ວາກ່ວາ 900 ມາດຕະການຊື່ງປະເທດຕ່າງໆໄດ້ສະເໜີ ແລະ ຄາດວ່າບັນດາຄວາມມານະພະຍາຍາມນີ້ອາດຈະຍົກ GDP ທົ່ວໂລກຂຶ້ນປະມານ 1,8% ຈົນຮອດປີ 2018./.