ກອງປະຊຸມກ່ຽວກັບສະພາບ ຄວາມປອດໄພທາງຄົມມະນາຄົມ

ກອງປະຊຸມກ່ຽວກັບສະພາບ ຄວາມປອດໄພທາງຄົມມະນາຄົມ - ảnh 1
ທີ່ວາລະປະຊຸມພິຈາລະນາສະພາບ​ການ​ປະຕິບັດ​
ໜ້າ​ທີ່​ຮັບປະກັນຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ
(ພາບ: vietnamplus.vn)

(vovworld) -​ ໂດຍ​ສືບ​ຕໍ່​ວາລະ​ປ​ະຊຸມ​ທີ 6 ຂອງຄະນະ​ກຳມາທິການ​ປ​້ອງກັນ​ຊາດ ປ້ອງກັນຄວາມ​ສະຫງົບ, ຕອນ​ເຊົ້າ​ວັນ​ທີ 21/10 ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ພິຈາລະນາ, ຕີ​ລາຄາ​​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບສະພາບ​ການ​ປະຕິບັດ​ໜ້າ​ທີ່​ຮັບປະກັນຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ຜ່ານ​ບົດ​ລາຍ​ງານ, ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ຕໍ່​ໝາກຜົນ​ທີ່​ຜົ້ນ​ເດັ່ນກ່ຽວ​ກັບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄົມມະນາຄົມ​ທາງບົກແຕ່​ຕົ້ນ​ປີ 2012 ມາ​ຮອດ​ປະຈຸ​ບັນ. ນັ້ນ​ແມ່ນ​ສະພາບ​ອຸບັດ​ຕິ​ເຫດ​ໄດ້​ຫຼຸດ​ລົງ​ລວມທັງ 3 ​ມາດຕະຖານ (ດ້ານ​ຈຳນວນອຸບັດ​ຕິ​ເຫດ, ຈຳນວນ​ຄົມ​ເສຍ​ຊີວິດ ​ແລະ ບາດ​ເຈັບ); ​ການ​ຕ້ານ​ສະພາບ​ລົດ​ຕິດ​ຢູ່​ທັງ​ສອງ​ນະຄອນ​ໃຫຍ່​​ຮ່າ​ໂນ້ຍ ​ແລະ ນະຄອນ​​ໂຮ່ຈິ​ມິນ ກໍ​ບັນລຸ​ໄດ້​ໝາກຜົນ​ທີ່​ຕັ້ງໜ້າ. ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ວ່າ ການ​ສັບ​ຊ້ອນ​​ໂມງເຮັດ​ວຽກ ​ແລະ ຮໍ່າຮຽນ; ການລົງທຶນກໍ່ສ້າງພື້ນຖານ​ໂຄງ​ລ່າງຄົ​ມມະ​ນາ​ຄົມ​ເຂດ​ຕົວ​ເມືອງ​ໄດ້​ຮັບ​ການ​ປົວ​ແປງ​ສະພາບ​ລົດ​ຕິດ​ຢູ່​ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​​ໂຮ່ຈິ​ມິນດີ​ພໍ​ສົມຄວນ.

ຂ່າວ/ບົດ​ອື່ນ