(vovworld) - ຕອນບ່າຍວັນທີ 20/12, ຢູ່ນະຄອນຫຼວງ New Delhi, ປະເທດອີນເດຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 20 ປີແຫ່ງການພົວພັນຄູ່ເຈລະຈາລະຫວ່າງອາຊຽນ - ອີນເດຍ. ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືອາຊຽນ - ອີນເດຍ ເພື່ອສັນຕິພາບ ແລະ ວັດທະນະຖາວອນລວມ” ບັນດາການນຳອາຊຽນ ແລະ ອີນເດຍ ໄດ້ຕີລາຄາສູງໝາກຜົນສຳຄັນທີ່ບັນລຸໄດ້ໃນການພົວພັນຄູ່ຮ່ວມມືອາຊຽນ - ອີນເດຍ ຜ່ານໄລຍະ 20 ປີ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດອາຊຽນ - ອີນເດຍ, ກໍຄືໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການວິໄສທັດ, ຍົກການພົວພັນລະຫວ່າງອາຊຽນ - ອີນເດຍ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ ແລະ ໄດ້ວາງອອກບັນດາທິດທາງໃຫຍ່ໃຫ້ແກ່ການພັດທະນາສາຍພົວພັນ, ຜັນຂະຫຍາຍການຮ່ວມມືໃນທຸກຂົງເຂດຄື: ການເມືອງ - ປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ -ສັງຄົມ ແລະ ຮ່ວມມືພັດທະນາ ໃຫ້ມີປະສິດທິຜົນ ແລະ ຄົບຖ້ວນ, ປະຕິບັດການດຳເນີນງານອາຊຽນ - ອີນເດຍ ໄລຍະ 2010 – 2015, ໜູນຊ່ວຍ ແລະ ຮ່ວມມືກັບອາຊຽນ ສ້າງປະຊາຄົມອາຊຽນໃຫ້ສຳເລັດຜົນໃນປີ 2015. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸ້ງ ເນັ້ນໜັກເຖິງຄວາມສຳຄັນຂອງຍຸດທະສາດການພົວພັນຄູ່ຮ່ວມມືອາຊຽນ - ອີນເດຍ ທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ຢືນຢັນວ່າ ຫວຽດນາມ ຕັ້ງໜ້າປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອີນເດຍ ໃຫ້ພັດທະນາຢ່າງແຂງແຮງ ແລະ ແທດຈິງໃນຊຸມປີຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ສະເໜີໃຫ້ອາຊຽນ ແລະ ອີນເດຍ ໃຫ້ບຸລິມະສິດແກ່ການຊຸກຍູ້ການຮ່ວມມືດ້ານການເມືອງ - ປ້ອງກັນຊາດປ້ອງກັນຄວາມສະຫງົບ; ຫວັງວ່າ ອີນເດຍ ຈະສືບຕໍ່ຮ່ວມມືກັບອາຊຽນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນການກໍ່ສ້າງບັນດາກົນໄກຮ່ວມມືພາກພື້ນໃນປະຈຸບັນ, ສ້າງບັນດາມາດຖານ ແລະ ແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມປອດໄພໃນພາກພື້ນ, ເພື່ອສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນໃນພາກພື້ນ.