ກອງປະຊຸມຂັ້ນສູງ ອາຊຽນ 21 ຈະເລີ່ມຕົ້ນການເຈລະຈາກ່ຽວກັບເຂດການຄ້າເສລີໃຫມ່
ທ່ານ Cham Prasidh ລັດຖະມົນຕີກະຊວງການຄ້າ ກຳປູເຈຍ
ພາບ:baodongnai.com
|
(vovworld) - ວັນທີ 31/10, ທ່ານ Cham Prasidh ລັດຖະມົນຕີການຄ້າ ກຳປູເຈຍ ໃຫ້ຮູ້ວ່າ: ກອງປະຊຸມຂັ້ນສູງ ອາຊຽນຄັ້ງທີ 21 ຈະຈັດຂຶ້ນໃນເດືອນ 11/2012 ຈະມາເຖິງ, ບັນດາຝ່າຍຈະເລີ່ມຕົ້ນການເຈລະຈາຮອບໃຫມ່ ເພື່ອສ້າງຕັ້ງເຂດການຄ້າ ເສລີໃຫມ່ຂອງ ອາຊຽນ ໃນຂອບເຂດຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ (RCEP). ກ່າວຄຳເຫັນນະພິທີອັດກອງປະຊຸມຫົວເລື່ອງສະເພາະ ອາຊຽນ ຊຶ່ງຈັດຂຶ້ນຢູ່ນະຄອນຫລວງ ພະນົມເປັນ, ທ່ານ Cham Prasidh ໃຫ້ຮູ້ວ່າ: ບັນດາຫລັກການ ແລະ ຈຸດໝາຍແນະນຳໃຫ້ແກ່ການເຈລະຈາດັ່ງກ່າວໄດ້ຮັບການກະກຽມ ແລະ ຈະໄດ້ຮັບການຮັບຮອງເອົາຈາກບັນດາການນຳທີ່ກອງປະຊຸມຂັ້ນສູງອາຊຽນຄັ້ງຈະມາເຖິງ. RCEP ອີງໃສ່ການສຳພັດທີ່ເປີດກວ້າງ, ໃນນັ້ນ ອະນຸຍາດໃຫ້ບໍ່ວ່າປະເທດຄູ່ເຈລະຈາໃດໆໃນຂໍ້ຕົກລົງເຂດການຄ້າເສລີ ອາຊຽນ, ໃນນັ້ນ ມີປະເທດ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສເກົາຫລີ ແລະ ນິວເຊີແລນ ກໍໄດ້ເຂົ້າຮ່ວມ. ຈຸດໝາຍຂອງ RCEP ນຳພາກພື້ນນີ້ກາຍເປັນຕະຫລາດຮ່ວມສຳພັນຂອງພົນລະເມືອງກວ່າ 3 ຕື້ຄົນ ດ້ວຍ GDP ປະມານ ກວ່າ17.000 ຕື້ USD.