ກອງປະຊຸມຄັ້ງທີ 5 ກຸ່ມປະຕິບັດງານ ຂໍ້ລິເລີ່ມເຂດລຸ່ມແມ່ຂອງ (LMI)


ກອງປະຊຸມຄັ້ງທີ 5 ກຸ່ມປະຕິບັດງານ ຂໍ້ລິເລີ່ມເຂດລຸ່ມແມ່ຂອງ (LMI) - ảnh 1
ພາບປະກອບ

(vovworld) - ກອງ​ປະຊຸມ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 6  ​ແລະ 7/11, ຢູ່​ນະຄອນ ຊຽມຣຽບ, ປະ​ເທດ ກຳປູ​ເຈຍ. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ແມ່ນ​ສ້າງ​ບັນດາ​ໂຄງການ ​ແລະ ສະ​ເໜີ​ການ​ເຄື່ອນ​ໄຫວ​ລະອຽດ​ຜັນ​ຂະຫຍາຍ​ບ້ວງ​ໜູນ​ຊ່ວຍ​ທີ່​ມີ​ມູນ​ຄ່າ 50 ລ້ານ USD ​ເຊິ່ງ​ ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສະຫງວນ​ໃຫ້​ແກ່ 5 ປະ​ເທດ: ກຳ​ປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ ​ໃນ​ຮອບ​ເວລາ 2 ປີ​ຈະ​ມາ​ເຖິງ, ​ໃນ​ບັນດາ​ຂົງ​ເຂດ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ, ຄ້ຳ​ປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ພະລັງງານ, ການ​ສຶກສາ, ສາທາລະນະ​ສຸກ…

    ​ເປັນ​ປະທານ​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ອາ​ຊຽນ David Carden ​ເນັ້ນ​ໜັກ​ວ່າ: ​ແມ່​ນ້ຳຂອງ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ລວມ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ແມ່ນ​ແຫຼ່ງນ້ຳ, ​ແຫຼ່ງທັນ​ຍາ​ຫານ​ຂອງ​ປະຊາຊົນ​ນັບ​ໝື່ນ​ເທື່ອ​ຄົນ. ດັ່ງ​ນັ້ນ, ​ເລື່ອງ​ພ້ອມ​ກັນ​ຄຸ້ມ​ຄອງ​​ແມ່​ນ້ຳຂອງ​ໃຫ້​ໝັ້ນຄົງ ​ແລະ ມີ​ປະສິດທິ​ຜົນ​ແມ່ນ​ການ​ທ້າ​ທາຍ​ອັນ​ດັບ​ໜຶ່ງ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ David Carden ຊີ້​ແຈ້ງວ່າ:​

    “ຮອດ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ຕ້ອງ​ຍົກ​ອອກ​ບັນດາ​ຂໍ້ຕົກລົງທີ່ຖືກຕ້ອງ​ກ່ວາ​. ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ບັນຫາ​ຄ້ຳ​ປະກັນ​ດ້ານ​ສະບຽງ​ອາຫານ, ການສຶກສາ ​ແລະ ຊ້ຳ​ບໍ່​ໜຳ​ແມ່ນ​ທຸກໆ​ບັນຫາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ, ຄ້ຳປະກັນດ້ານ​ກະສິກຳ ​ແລະ ພະລັງງານ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ລ້ວນ​ແຕ່​ມີການພົວ​ພັນ​ຢ່າງ​ສະໜິດແໜ້ນນຳກັນ. ນັ້​ນ​ແມ່ນ​ສາ​ຍເຫດ​ເປັນ​ຫຍັງ​ພວກ​ເຮົາ​ຕ້ອງ​ປຶກສາ​ຫາລື​ນຳ​ກັນ​ເພື່ອ​ມີການກະທຳຢ່າງຖືກຕ້ອງທີ່ສຸດ.”

 

ຂ່າວ/ບົດ​ອື່ນ