(vovworld) - ວັນທີ 2/10, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 11 ສືບຕໍ່ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບສະພາບເສດຖະກິດ, ສັງຄົມປີ 2012, ແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2013. ບົດລາຍງານການສຳຫຼວດກວດກາ ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຂອງກົມການເມືອງ, ຄະນະເລຂາຕາມເນື້ອໃນຈິດໃຈມະຕິກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບການກໍ່ສ້າງພັກ ແລະ ບາງບັນຫາສຳຄັນອື່ນໆອີກ.. ກ່ອນໜ້ານັ້ນ, ວັນທີ 1/10, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ຍົກອອກ 3 ໝວດບັນຫາທີ່ມີຄວາມໝາຍສຳຄັນເຊິ່ງສູນກາງຄວນສຸມໃສ່ປຶກສາຫາລືທີ່ກອງປະຊຸມຄັ້ງນີ້. ທ່ານເລຂາທິການໃຫຍ່ Nguyen Phu Trong ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງນີ້, ສູນກາງສຸມໃສ່ໃຫ້ຄຳເຫັນກ່ຽວກັບເປົ້າໝາຍ, ທັດສະນະ, ຫຼັກການ, ທິດນຳ, ເນື້ອໃນຂອງການວາງແຜນກໍ່ສ້າງພະນັກງານຂັ້ນຍຸດທະສາດ. ທ່ານເລຂາທິການໃຫຍ່ Nguyen Phu Trong ຊີ້ແຈ້ງວ່າ.
”ກ່ຽວກັບເນື້ອໃນວຽກງານວາງແຜນກຳນົດຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ແລະ ບັນດາຕຳແໜ່ງພະນັກງານການນຳຫຼັກແຫຼ່ງຂອງພັກ ແລະ ລັດ, ລວມມີ: ຄວາມຮຽກຮ້ອງຕ້ອງການ, ມາດຕະຖານສຳຫຼັບແຕ່ລະຕຳແໜ່ງ, ອາຍຸນຳເຂົ້າແຜນກຳນົດ; ຈຳນວນ, ໂຄງປະກອບຂອງແຜນກຳນົດ; ເປົ້າໝາຍ ແລະ ເງື່ອນໄຂເລືອກເຟັ້ນພະນັກງານນຳເຂົ້າແຜນກຳນົດ… ພາຍຫຼັງສູນກາງເຫັນດີເປັນເອກະພາບຕໍ່ບັນດາບັນຫາສຳຄັນນີ້ ແລະ ຄະນະບໍລິຫານງານສູນກາງປະກາດໃຊ້ມະຕິ, ກົມການເມືອງຈະຊີ້ນຳການສ້າງແຜນກຳນົດຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ແລະ ບັນດາຕຳແໜ່ງພະນັກງານການນຳຫຼັກແຫຼ່ງຂອງພັກ ແລະ ລັດ ອາຍຸການ 2016 – 2021 ແລະ ບັນດາອາຍຸການຕໍ່ໆໄປໂດຍລະອຽດ”.