( vovworld) - ວັນທີ 4/1 ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ ຈັດຕັ້ງກອງປະຊຸມຄະນະບໍລິຫານງານຄັ້ງທີ 10 ຊຸດທີ 6 ເພື່ອແນໃສ່ຕີລາຄາວຽກງານຂອງສະມາຄົມ ແລະ ຂະບວນການຂອງຊາວກະສິກອນ ປີ 2016, ຜັນຂະຫຍາຍໜ້າທີ່ປີ 2017. ທີ່ກອງປະຊຸມ ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ໄຈ້ແຍກ, ຊີ້ອອກບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການປະຕິບັດ ເພື່ອມີພື້ນຖານສະເໜີແນະຕໍ່ພັກ, ລັດ ສືບຕໍ່ສ້າງເງື່ອນໄຂກວ່າອີກທັງແຫຼ່ງກຳລັງ ແລະ ກອບກົດໝາຍ ເພື່ອໃຫ້ສະມາຄົມປະຕິບັດບົດບາດເປັນອົງການຈັດຕັ້ງການເມືອງສັງຄົມຂອງຊົນຊັ້ນຊາວກະສິກອນພາຍໃຕ້ການຊີ້ນຳ, ນຳພາຂອງພັກເປັນຢ່າງດີ; ສະເໜີບັນດາມາດຕະການປ່ຽນໃໝ່ວິທີການເຄື່ອນໄຫວ, ຍົກສູງຄວາມຮັບຜິດຊອບຂອງຖັນແຖວພະນັກງານສະມາຄົມ. ເພື່ອຍົກສູງຄຸນນະພາບວຽກງານຂອງສະມາຄົມ ແລະ ຂະບວນການຂອງຊາວກະສິກອນ, ບັນດາຜູ້ແທນເນັ້ນໜັກວ່າ ຄວນສຸມໃສ່ສ້າງບັນດາຮູບແບບຮ່ວມສຳພັນໃນການຮ່ວມມືລະຫວ່າງຊາວກະສິກອນດ້ວຍກັນ ແລະ ຊາວກະສິກອນກັບວິສາຫະກິດ ກ່ຽວກັບການປູກຝັງ, ລ້ຽງສັດ ຕິດພັນກັບການຮັກສາສິ່ງແວດລ້ອມ; ພິເສດ, ແມ່ນສະມາຄົມຕ້ອງສືບຕໍ່ຍູ້ແຮງຂະບວນການຊາວກະສິກອນແຂ່ງຂັນກັນຜະລິດເກັ່ງ ແລະ ສົມທົບກັບ
ບຳລຸງສ້າງຄວາມຮູ້ໃຫ້ຊາວກະສິກອນເພື່ອໃຫ້ກະສິກຳ, ຊົນນະບົດສືບຕໍ່ຮັກສາບົດບາດເປັນແກ່ນສານໃນພື້ນຖານເສດຖະກິດແຫ່ງຊາດ, ປະສົບຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນ.