ກອງປະຊຸມຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ຊຸດທີ 11
(ພາບປະກອບ)
(vovworld) – ວັນທີ 19/01, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ຈັດກອງປະຊຸມຄະນະບໍລິຫານງານຊຸດທີ 11 ຄັ້ງທີ 5, ເພື່ອແນໃສ່ຕີລາຄາການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 11 ກາງສະໄໝ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືສະຫຼຸບ 10 ປີແຫ່ງການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ຊຸດທີ 11 ກ່ຽວກັບບາງບັນຫາກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກຍິງ; ປຶກສາຫາລືມະຕິກ່ຽວກັບການສືບຕໍ່ຍູ້ແຮງການປະຕິບັດບາງບັນຫາສັງຄົມກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກຍິງ. ປີ 2015, ໜ້າທີ່ຈຸດສຸມຂອງສະຫະພັນແມ່ຍິງຫວຽດນາມ ແມ່ນ: ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ສຸມໃສ່ໂຄສະນາ, ຂົນຂວາຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນແດນ, ຄວາມສະຫງົບປອດໄພຢູ່ເຂດຊາຍແດນແຫ່ງຊາດຢ່າງຕັ້ງໜ້າ; ປ່ຽນໃໝ່ເນື້ອໃນ, ມາດຕະການເຄື່ອນໄຫວຂອງສະມາຄົມ ເພື່ອເຕົ້າໂຮມແມ່ຍິງທຸກຊັ້ນຄົນ; ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພັກ, ສ້າງອຳນາດການປົກຄອງ…
ກອງປະຊຸມຈະເຮັດວຽກຮອດວັນທີ 20/01.