ທ່ານ ຫງວຽນທ້ຽນເຍີນ
(ພາບປະກອບ)
|
(vovworld) – ຕອນເຊົ້າວັນທີ 23/1, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8 ຈັດຕັ້ງກອງປະຊຸມຄັ້ງທີ 1 ດ້ວຍການເປັນປະທານຂອງທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ກອງປະຊຸມສຸມໃສ່ປຶກສາຫາລືກ່ຽວກັບບົດລາຍງານໝາກຜົນວຽກງານຂອງແນວໂຮມໃນປີ 2014 ແລະ ໂຄງການສົມທົບກັນເຫັນດີເປັນເອກະສັນເຄື່ອນໄຫວໃນປີ 2015, ສະພາບການປະຊາຊົນທຸກຊັ້ນວັນນະ, ເພື່ອກະກຽມໃຫ້ກອງປະຊຸມຄັ້ງທີ 2 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະດຳເນີນໃນວັນທີ 24 – 25/1. ໃນນັ້ນ, ບັນດາຜູ້ແທນຖືວ່າ ເລື່ອງສະຫລຸບສະພາບແນວຄິດ, ຄວາມເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນແມ່ນຈຳເປັນທີ່ສຸດ ເພື່ອຜັນຂະຫຍາຍວຽກງານຂອງແນວໂຮມໃນໄລຍະຈະມາເຖິງ. ກອງປະຊຸມເຫັນດີເປັນເອກະສັນຄວນເພີ່ມທະວີວຽກງານຕິດຕາມກວດກາ, ໄຈ້ແຈກຕີລາຄາໃນລະບົບແນວໂຮມປະເທດຊາດທຸກຂັ້ນ ແລະ ສະເໜີແກ້ໄຂບັນດາບັນຫາເຄັ່ງຮ້ອນ, ເພື່ອສ້າງຄວາມເຫັນດີເປັນພ້ອມໃນໝູ່ປະຊາຊົນໃຫ້ດີກ່ວາອີກ.