(ພາບປະກອບ)
(vovworld)- ຕອນເຊົ້າວັນທີ 16/8, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ສິ່ງແວດລ້ອມຫວຽດນາມ ໄດ້ຈັດກອງປະຊຸມຊາບຊືມມະຕິກ່ຽວກັບ “ການສືບຕໍ່ປ່ຽນໃໝ່ນະໂຍບາຍ, ກົດໝາຍກ່ຽວກັບທີ່ດິນໃນໄລຍະຍູ້ແຮງພາລະກິດປ່ຽນໃໝ່ຢ່າງຮອບດ້ານ“ ແລະ ມິຕິກ່ຽວກັບ “ການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸມຄອງຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມ“. ນະທີ່ນີ້, ທ່ານຫງວຽນແມ້ງຫຽນ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ສິ່ງແວດລ້ອມຫວຽດນາມ ເນັ້ນໜັກວ່າ:
“ເພື່ອນຳບັນດາແຜນນະໂຍບາຍຂອງມະຕິເຂົ້າໃນຊີວິດໂດຍໄວ, ການຊາບຊືມ ແລະ ຫັນບັນດາເນື້ອໃນເປັນລະບຽບ ແມ່ນສິ່ງສຳຄັນພິເສດ, ເພື່ອແນໃສ່ສ້າງຄວາມເປັນເອກະພາບຈາກຄວາມຮັບຮູ້ ເຖິງການກະທຳໃນການຜັນຂະຫຍາຍ. ສະນັ້ນ, ຄວາມຮັບຜິດຊອງຂອງຂະແໜງແມ່ນໜັກໜ່ວງທີ່ສຸດ, ກ່ອນອື່ນໝົດ, ໃນການປັບປຸງ, ເພີ່ມເຕີມກົດໝາຍ, ບັນດາເອກະສານນິຕິກຳ, ປັບປຸງບູລະນະກົງຈັກຈາກສູນກາງລົງຮອດທ້ອງຖິ່ນ. ຕ້ອງກຳນົດຢ່າງຈະແຈ້ງໜ້າທີ່ຈຸດສຸມ, ກຳໄດ້ບັນດາເນື້ອໃນຂອງມະຕິເພື່ອເປັນເສນາທິການໃຫ້ຄະນະກຳມະການ ປຊຊ ສ້າງແຜນການ, ໂຄງການດຳເນີນງານປະຕິບັດໃຫ້ສອດຄ່ອງກັບເງື່ອນໄຂຂອງທ້ອງຖິ່ນ“.