(vovworld) – ກອງປະຊຸມຍຸຕິທຳບັນດາແຂວງເຂດຊາຍແດນຫວຽດນາມ - ລາວຄັ້ງທີ 2 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 29/7, ຢູ່ນະຄອນຫຼວງ ວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຮ່າຮູ່ງເກື່ອງ ແລະ ທ່ານລັດຖະມົນຕີກະຊວງຍຸຕິທຳລາວ ຈະເລີນ ເຢຍປາວເຮີ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສະເໜີບົດລາຍງານທາບທາມຄວາມເຫັນກ່ຽວກັບສະພາບການປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ແລະ ລາວ ໃນວຽກງານຄຸ້ມຄອງສັນຊາດ, ສຳມາໂນຄົວກ່ຽວກັບການແກ້ໄຂບັນຫາອົບພະຍົບເສລີ ແລະ ການສົມລົດໂດຍບໍ່ມີໃບຢັ້ງຢືນໃນເຂດຊາຍແດນ 2 ປະເທດ, ກວດກາຕີລາຄາສະພາບການປະຕິບັດສັນຍາໜູນຊ່ວຍດ້ານຕຸລາການກ່ຽວກັບພົນລະເຮືອນລະຫວ່າງ ຫວຽດນາມ ແລະ ລາວ ຊຶ່ງໄດ້ເຊັນປີ 1998 ແລະ ທິດທາງປະຕິບັດໃນໄລຍະຈະມາເຖິງ, ບົດທາບທາມຄວາມເຫັນວຽກງານດຳເນີນຄະດີແພ່ງລະຫວ່າງບັນດາທ້ອງຖີ່ນມີຊາຍແດນຮ່ວມ. ໃນຂອບເຂດກອງປະຊຸມ, 2 ຝ່າຍໄດ້ເຊັນບົດບັດທຶກຊ່ວຍຈຳສືບຕໍ່ຜັນຂະຫຍາຍປະຕິບັດບັນດາຄຳເຫັນຊີ້ນຳຂອງລັດຖະບານ 2 ປະເທດໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, 2 ຝ່າຍບໍ່ພຽງແຕ່ຮ່ວມມືດ້ານຕຸລາການລະຫວ່າງບັນດາແຂວງມີຊາຍແດນຮ່ວມເທົ່ານັ້ນ ຫາກຍັງເປີດກ້ວາງກັບບັນດາທ້ອງຖີ່ນຂອງ 2 ປະເທດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ສວຍສົດງົດງາມຕະຫຼອດກາລະນານ.