ກອງປະຊຸມທົ່ວປະເທດແນະນຳ,ໂຄສະນາເຜີຍແຜ່ລັດຖະທຳມະນູນປີ2013

ກອງປະຊຸມທົ່ວປະເທດແນະນຳ,ໂຄສະນາເຜີຍແຜ່ລັດຖະທຳມະນູນປີ2013 - ảnh 1
​ກອງ​ປະຊຸມ​ທົ່ວ​ປະ​ເທດ​ແນະນຳ, ​ໂຄສະນາ​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ, ຄວາມ​ໝາຍ​ຂອງ​ລັດຖະທຳ​ມະນູນ​ແຫ່ງ​ປະ​ເທດ ສສ ຫວຽດນາມ
(ພາບ: sggp.org.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 5/4, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະ​ທານ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ແນະນຳ, ​ໂຄສະນາ​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ, ຄວາມ​ໝາຍ​ຂອງ​ລັດຖະທຳ​ມະນູນ​ແຫ່ງ​ປະ​ເທດ ສສ ຫວຽດນາມ ​ໃຫ້​ບັນດານັກ​ປະ​ຖະ​ກະຖາ, ນັກ​ໂຄສະນາ. ກອງ​ປະຊຸມ​ໂດຍ​ກະຊວງ​ຍຸຕິ​ທຳ ​ແລະ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ສົມທົບ​ກັນ​ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະ​​ແໜງ​ການ​ຂັ້ນສູນ​ກາງ ​ແລະ 63 ​ແຂ​ວງ, ນະຄອນ, ພ້ອມ​ກັບ​ບັນດາ ນັກ​ປະ​ຖະ​ກະຖາໃນ​ທົ່ວ​ປະ​ເທດ.

    ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸ​ກ ​ເນັ້ນ​ໜັກ​ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່​ລັດຖະທຳ​ມະນູນ ​ແມ່ນ​ປະຖົມ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ສຳ​ພັດ, ​ເຂົ້າ​ໃຈ​ແຈ້ງ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ເພື່ອ​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ບັນດນັກ​ປະ​ຖະ​ກະຖາ, ນັກ​ໂຄສະນາຄວນ​ຮັບ​ຮູ້​ຢ່າງຮອບດ້ານ​ກ່ຽວ​ກັບ​ເນື້ອ​ໃນ ​ແລະ ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ປີ 2013. ການ​ນຳ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ​, ອົງການ​ຂຶ້ນ​ກັບ​ລັດຖະບານ, ສະພາ​ປະຊາຊົນ.​​.​​. ຄວນ​ຊີ້​ນຳ​ຢ່າງ​ທັນ​ການ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດານັກ​ປະ​ຖະ​ກະຖາ, ນັກ​ໂຄສະນາປະຕິບັດ​ໜ້າ​ທີ່​ໂຄສະນາ​ເຜີຍ​ແຜ່​ລັດຖະທຳ​ມະນູນ​ປີ 2013 ​ໃນ​ຂອບ​ຂະໜາດ​ອົງການ, ທ້ອງຖີ່​ນຂອງ​ຕົນ, ຮັບປະກັນ​ເລື່ອງ​ຜັນ​ຂະຫຍາຍ​ປະຕິບັດລັດຖະທຳ​ມະນູນ​ຢູ່າງ​ເລິກ​ເຊິ່ງ, ກ້ວາງ​ແຂວງ, ນຳ​ລັດຖະທຳ​ມະນູນ​ກ້າວ​ເຂົ້າ​ສູ່​ຊີ​ວິດ​ຢ່າງ​ແທ້​ຈິງ.


ຂ່າວ/ບົດ​ອື່ນ