ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai
ຮຽກຮ້ອງສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານບຸກເບີກໜ້າພຽງ
(ພາບ: baoyenbai.com.vn)
(vovwold) - ຕອນເຊົ້າວັນທີ 17/5, ຢູ່ແຂວງລາວກາຍ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ຊີ້ນຳກອງປະຊຸມກ່ຽວກັບວຽກງານຜັນຂະຫຍາຍໂຄງການກໍ່ສ້າງທາງດ່ວນ ໂນ້ຍບ່າຍ - ລາວກາຍ. ທາງດ່ວນ ໂນ້ຍບ່າຍ - ລາວກາຍ ມີລວງຍາວທັງໝົດ 245 ກມ ທີ່ແລ່ນຜ່ານ 5 ແຂວງ ຮ່າໂນ້ຍ, ວິ້ງຟຸກ, ຟູ່ທໍ້, ອຽນບ໋າຍ ແລະ ລາວກາຍ, ດ້ວຍຍອດຈຳນວນທຶນເກືອບ 2 000 ຕຶ້ດົ່ງຈາກແຫຼ່ງທຶນ ODA ແລະ ທຶນສົມທົບ (ພັນທະບັດຂອງລັດຖະບານ). ໂຄງການເລີ່ມລົງມືກໍ່ສ້າງນັບແຕ່ເດືອນ 7/2009, ຄາດວ່າຮອດປີ 2013 ຈະສຳເລັດ. ກ່າວຄວາມເຫັນທີ່ການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ສະເໜີໃຫ້ທາງນະຄອນຮ່າໂນ້ຍ ແລະ ແຂວງວິ້ງຟຸກ ຄວນເອົາໃຈໃສ່ກວ່າອີກໃນວຽກງານບຸກເບີກໜ້າພຽງເພື່ອມອບໃຫ້ບັນດານັກປະມູນ. ຕາມຂໍ້ສະເໜີຂອງທ່ານ ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ແລ້ວ, ຮອດວັນທີ 30/6 ຈະມາເຖິງ, ທັງ 5 ແຂວງທີ່ມີເສັ້ນທາງດ່ວນແລ່ນຜ່ານຕ້ອງມອບໜ້າພຽງຢ່າງຄົບຖ້ວນໃຫ້ແກ່ຫົວໜ່ວຍກໍ່ສ້າງ.