ກອງປະຊຸມຝືກອົບຮົມວຽກງານໂຄສະນາກ່ຽວກັບທະເລ ແລະ ໝູ່ເກາະ
ພາບ:internet
|
(vovworld)- ຕອນເຊົ້າວັນທີ 4/4 ຢູ່ ນະຄອນ ຫາຍຟ່ອງ, ກະຊວງຖະແຫລງຂ່າວ ແລະ ສື່ສານ ສົມທົບກັບກອງບັນຊາການກອງທັບເຮືອ ແລະ ນະຄອນຫາຍຟ່ອງ ໄດ້ຈັດຕັ້ງກອງປະຊຸມຝືກອົບຮົມວຽກງານໂຄສະນາກ່ຽວກັບທະເລ ແລະ ໝູ່ເກາະ ໃຫ້ແກ່ນາຍທະຫານເຫຼົ່າທັບກອງທັບເຮືອ, ພະນັກງານພະແນກຖະແຫລງຂ່າວ ແລະ ສື່ສານບັນດາແຂວງທາງພາກເຫນືອ ແລະ ບັນດາອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມໄດ້ສະຫນອງບັນດາຄວາມຮູ້ນິຕິກຳເປັນພື້ນຖານກ່ຽວກັບທະເລ, ໝູ່ເກາະ, ແນະນຳສະພາບຕົວຈິງການປົກປັກຮັກສາ, ພັດທະນາຊັບພະຍາກອນທະເລ ແລະ ໝູ່ເກາະ, ບັນຫາປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ເພື່ອຍົກສູງຄຸນນະພາບຖັນແຖວຜູ້ລາຍງານ, ນັກໂຄສະນາ, ນັກຂ່າວພາຍໃນ ແລະ ນອກກອງທັບ, ປະກອບສ່ວນປະຕິບັດຍຸດທະສາດທະເລ ຫວຽດນາມ ຮອດປີ 2020 ຢ່າງມີປະສິດທິຜົນ. ທ່ານ ໂດ໋ກູຍຢວານ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ:
“ເລື່ອງໂຄສະນາກ່ຽວກັບ ທະເລ ແລະ ໝູ່ເກາະ ແມ່ນຫນຶ່ງໃນບັນດາວຽກງານໂດຍທ່ານນາຍົກລັດຖະມົນຕີເຊັນອະນຸມັດ ແລະ ມອບຫນ້າທີ່ໃຫ້ແກ່ກະຊວງຖະແຫລງຂ່າວ ແລະ ສື່ສານ ສ້າງບັນດາຊຸດເອກະສານດີທີ່ສຸດໃຫ້ແກ່ວຽກງານໂຄສະນາທາງພາຫະນະສື່ມວນຊົນກໍຄືລະບົບສື່ມວນຊົນຢູ່ຮາກຖານ. ສອງປີມານີ້ ເລື່ອງຈັດຕັ້ງບັນດາຊຸດຮຽນໂຄສະນາກ່ຽວກັບທະເລ ແລະ ໝູ່ເກາະໄດ້ນຳມາເຊິ່ງປະສິດທິຜົນອັນຕັ້ງຫນ້າ. ”