ກອງປະຊຸມລັດຖະມົນຕີການຕ່າງປະເທດ ລະຫວ່າງ 3 ປະເທດ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ຄັ້ງທີ 9
(VOVWORLD) -ຕອນບ່າຍວັນທີ 19 ສິງຫາ, ກ່າວຄຳເຫັນທີ່ການຖະແຫຼງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ ຈີນ, ທ່ານ ເກີງຊວາງ ໂຄສົກກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງ 3 ປະເທດ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ຄັ້ງທີ 9 ຈະໄດ້ຈັດຕັ້ງໃນວັນທີ 21 ສິງຫາ ຢູ່ນະຄອນຫຼວງປັກກິ່ງ, ປະເທດຈີນ.
ທີ່ກອງປະຊຸມຄັ້ງນີ້, ທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດ ຈີນ ຈະພ້ອມກັບທ່ານ Kang Kyung-wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ແລະ ຄູ່ຕຳແໜ່ງຍີ່ປຸ່ນ ທ່ານ Taro Kono ດຳເນີນການປຶກສາຫາລືກ່ຽວກັບບັນດາເນື້ອໃນສຳຄັນຄືການຮ່ວມມືລະຫວ່າງ 3 ປະເທດ, ວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ຄັ້ງທີ 8 ເຊິ່ງອາດຈະດຳເນີນໃນທ້າຍປີນີ້ ກໍ່ຄືບັນດາບັນຫາໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານ ເກີງຊວາງ ກໍ່ໃຫ້ຮູ້ວ່າ: ນອກຈາກກອງປະຊຸມຮ່ວມແລ້ວ, ກອງປະຊຸມຄັ້ງນີ້ກໍ່ດຳເນີນບັນດາກອງປະຊຸມສອງຝ່າຍລະຫວ່າງບັນດາຝ່າຍ. ທ່ານ ເກີງຊວາງ ໄດ້ຕີລາຄາວ່າ ກອງປະຊຸມຄັ້ງນີ້ຈະດຳເນີນກົງກັບໂອກາດທີ່ 3 ປະເທດ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ສະເຫຼີມສະຫຼອງ 20 ປີແຫ່ງການຮ່ວມມືລະຫວ່າງ 3 ປະເທດໂດຍເປັນໂອກາດທີ່ມີຄວາມໝາຍສຳຄັນສຳລັບ ການຮ່ວມມື 3 ຝ່າຍ.
ດິງຕວນ - ນັກຂ່າວ VOV