ກຳລັງທະຫານ NATO ຢູ່ອາບການິສະຖານ
(ພາບ: AP).
(vovworld) - ປັບປຸງຄວາມສາມາດປ້ອງກັນ ແລະ ພາລະໜ້າທີ່ຂອງອົງການຈັດຕັ້ງສົນທິສັນຍາອັກລັງຕິກເໜືອ (NATO) ຢູ່ອາບການິສະຖານ ພາຍຫຼັງປີ 2014 ແມ່ນເນື້ອໃນຕົ້ນຕໍ່ ທີ່ຖືກຍົກອອກມາປຶກສາຫາລືທີ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດຂອງ 28 ປະເທດສະມາຊິກອົງການ NATO ທີ່ພວມດຳເນີນໃນລະຫວ່າງວັນທີ 9-10/10 ຢູ່ແບນຊິກ. ໃນມື້ເຮັດວຽກທຳອິດ, ລັດຖະມົນຕີປ້ອງກັນປະເທດ 28 ປະເທດສະມາຊິກໄດ້ປຶກສາຫາລືກ່ຽວກັບການປະຕິບັດ 20 ໂຄງການນາໆຊາດ ທີ່ຂຶ້ນກັບລາຍການ ”ປ້ອງກັນສະຫຼາດ”, ເຊິ່ງໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມສຸດຍອດ ຈີກາໂກ… ນອກນັ້ນ, NATO ຄາດວ່າຈະສະເໜີຕື່ມ 10 ໂຄງການນາໆຊາດ, ໃນນັ້ນສຸມໃສ່ບັນຫາຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍ. ບັນດາລັດຖະມົນຕີປ້ອງກັນປະເທດ NATO ກໍ່ພິຈາລະນາຄວາມສາມາດປ້ອງກັນຂອງແຕ່ລະປະເທດສະມາຊິກໃນສະພາບວິກິດການເສດຖະກິດ, ຈາກນັ້ນຈະຊ່ວຍ NATO ເພີ່ມທະວີວິວັດການວາງແຜນການປ້ອງກັນຂອງຕົນ. ຕາມທ່ານເລຂາທິການໃຫຍ່ NATO, Anders Fogh Rasmussen ແລ້ວ, ບັນດາປະເທດສະມາຊິກຕ້ອງຮັບປະກັນກຳລັງ ແລະ ຄວາມສາມາດຢູ່ກັບທີ່ ເພື່ອສາມາດຮັບປະກັນຄວາມໝັ້ນຄົງໃນສະຕະວັດທີ 21 ນີ້.
ໃນມື້ເຮັດວຽກທີ 2, ບັນດາລັດຖະມົນຕີສຸມໃສ່ປຶກສາຫາລືກ່ຽວກັບການມອບຮັບໜ້າທີ່ປ້ອງກັນຄວາມສະຫງົບໃຫ້ກຳລັງຕ່າງໆຂອງອາບການິສະຖານ ແລະ ພາລະໜ້າທີ່ຂອງ NATO ພາຍຫຼັງຖອນທະຫານອອກຈາກອາບການິສະຖານໃນທ້າຍປີ 2014.