ກອງປະຊຸມວຽກງານການຕ່າງປະເທດຂອງກະຊວງປ້ອງກັນປະເທດ

(VOVWORLD) -ວັນທີ 27 ກໍລະກົດ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ໄດ້ດຳເນີນກອງປະຊຸມ ວຽກງານການຕ່າງປະເທດ ໃນ 6 ເດືອນຕົ້ນປີ 2017.

ກອງປະຊຸມວຽກງານການຕ່າງປະເທດຂອງກະຊວງປ້ອງກັນປະເທດ - ảnh 1 ກອງປະຊຸມວຽກງານການຕ່າງປະເທດຂອງກະຊວງປ້ອງກັນປະເທດ

(ພາບ: qdnd.vn)

ວຽກງານການຕ່າງປະເທດ ໃນ 6 ເດືອນຕົ້ນປີ 2017 ໄດ້ຮັບການຜັນຂະຫຍາຍຖືກຕາມແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກ, ລັດ. ທີ່ກອງປະຊຸມ, ພົນໂທ ຫງວຽນຈິ໋ວິ້ງ ສະເໜີວ່າ, ວຽກງານການຕ່າງປະເທດຂອງກະຊວງປ້ອງກັນປະເທດໃນ 6 ເດືອນທ້າຍປີ 2017 ຕ້ອງສືບຕໍ່ປະຕິບັດວຽກງານເປັນເສນາທິການໃຫ້ພັກ, ລັດ, ລັດຖະບານ ໃນບັນດາບັນຫາກ່ຽວຂ້ອງເຖິງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນຢ່າງດີ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບຂອງປະເທດຊາດ; ສືບຕໍ່ປັບປຸງລະບົບເອກະສານດ້ານກົດໝາຍທີ່ກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດກ່ຽວກັບການປ້ອງກັນຊາດ, ໃນນັ້ນ, ສຸມໃສ່ປັບປຸງແຜນຮ່າງເຊື່ອມໂຍງສາກົນກ່ຽວກັບການການປ້ອງກັນຊາດເຖິງປີ 2020, ວິໄສທັດຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ