ກອງປະຊຸມສາກົນກ່ຽວກັບທະເລຕາເວັນອອກ ຢູ່ ມາເລເຊຍ

ກອງປະຊຸມສາກົນກ່ຽວກັບທະເລຕາເວັນອອກ ຢູ່ ມາເລເຊຍ - ảnh 1
ພາບປະກອບ


(vovworld) - ກອງ​ປະຊຸມ​ສາກົນ​ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 2 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ພູມີ​ປະ​ເທດຍຸດ​ທະ​ສາດ ​ແລະ ​ແງ່​ຫວັງ​​ຄຸ້ມ​ຄອງການ​ພິພາດ” ​ໂດຍ​ສະ​ຖາ​ບັນ​ກູ້​ຊ່ວຍ​ທະ​ເລ​ຂອງ ມາ​ເລ​ເຊຍ (MIMA) ຈັດ​ຕັ້ງ​ຂຶ້ນ ຢູ່ ນະຄອນຫລວງ Kualumpua ​ໄດ້ອັດ​ລົງ​ໃນ​ວັນ​ທີ 5/9. ​ໃນການ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ມື້, ກອງ​ປະຊຸມ​ໄດ້​ສຸມ​ໃສ່​ເຂົ້າ​ໃນ 6 ​ເນື້ອ​ໃນ​ຕົ້ນຕໍ, ຊື່​ງລວມມີ: ບັນຫາ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຜົນ​ສະທ້ອນ​ຕໍ່​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາຊີ ປາຊີ​ຟີ​ກ, ຕີ​ລາຄາ​ສະພາບ​ການພູມີ​ປະ​ເທດ​ການ​ເມືອງ​​ໃນປະຈຸ​ບັນ ຢູ່ ທະ​ເລ​ຕາ​ເວັນ​ອອກ, ກົດໝາຍ​ສາກົນ, ກົນ​ໄກ​ແກ້​ໄຂ​ການ​ພິພາດ, ບັນດາ​ມາດ​ຕະການ​ຍາວ​ນານ ​ແລະ ປຶກສາ​ຫາລືກ່ຽວ​ກັບ​ທິດ​ທາງແກ້​ໄຂ​ການ​ພິພາດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Nguyen Hung Son ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສະ​ເຫ​ນີບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ຈີນ ກໍ​ຄື​ບັນດາ​ຝ່າຍ​ກ່ຽວຂ້ອງ​ເພື່ອ​ຊ່ວຍ​ຮັກສາ​​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ຕາມ​ທ່ານ Son  ​ແລ້ວ, ນີ້​ແມ່ນ​ພື້ນຖານ​ເພື່ອ​ຄຸ້ມ​ຄອງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແຕ່ ອາ​ຊຽນ ​ແລະ ຈີນ ຕ້ອງ​ພ້ອມ​ແລ້ວ​ທີ່​ຈະ​ຮັດ​ແຄບ​ຊ່ອງ​ຫວ່າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ກໍ​ຄື​ກົນ​ໄກ​ດ້ານ​ກົດໝາຍ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ.

 

 

ຂ່າວ/ບົດ​ອື່ນ