ກອງປະຊຸມສຳມະນາກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ສ.ເກົາຫຼີ
ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ຫວຽດນາມ Jun Daejoo
(vovworld) -ວັນທີ 21/11, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບສະຖານທູດສ.ເກົາຫຼີ ປະຈຳຫວຽດນາມຈັດຕັ້ງ ກອງປະຊຸມສຳມະນາກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ສເກົາຫຼີ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານ ຫງວຽນຕ໋ຽນມິງ, ຫົວໜ້າກົມອາຊຽນ - ກະຊວງການຕ່າງປະເທດຫວຽດນາມ ຕີລາຄາສູງ ສ.ເກົາຫຼີ ທີ່ໄດ້ສະແດງຄຳໝັ້ນສັນຍາຢ່າງແຮງໃນການຊຸກຍູ້ການຮ່ວມມືກັບອາຊຽນ, ກໍ່ຄືການສະໜັບສະໜູນຂອງ ສ.ເກົາຫຼີ ທີ່ມີຕໍ່ຄວາມມານະພະຍາຍາມຂອງອາຊຽນໃນໂຄງປະກອບພາກພື້ນ:
“ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ຍາມໃດກໍ່ເປັນເສົາຄຳ້ທີ່ສຳຄັນໃນການພົວພັນສອງຝ່າຍ. ສ.ເກົາຫຼີ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 5 ຂອງອາຊຽນ ແລະ ອາຊຽນແມ່ນຄູ່ຮ່ວມມືດ້ານການຄ້າ ແລະ ບຸລິມະສິດອັນດັບ 2 ຂອງບັນດານັກລົງທຶນສ.ເກົາຫຼີ. ສອງຝ່າຍກໍ່ເປີດກວ້າງຢ່າງບໍ່ຢຸດຢັ້ງ ແລະ ຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດການສຶກສາ, ວັດທະນະທຳ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ແລະ ຮັບມືກັບການການປ່ຽນແປງຂອງດິນຟ້າອາກາດ, ຄວາມປອດໄພດ້ານທັນຍາຫານກໍ່ຄືແຫຼ່ງນຳ້..“
ກອງປະຊຸມສຳມະນາໄດ້ແບ່ງປັນບົດຮຽນ, ປຶກສາຫາລືບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ - ສ.ເກົາຫຼີ. ກອງປະຊຸມນີ້ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືອາຊຽນ - ສ.ເກົາຫຼີ ກໍ່ຄືຜົນສຳເລັດລວມຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງ 25 ປີແຫ່ງການພົວພັນຄູ່ເຈລະຈາອາຊຽນ - ສ.ເກົາຫຼີ ຢູ່ Busan ໃນເດືອນ 12 ຈະມາເຖິງ.