ກອງປະຊຸມສຳມະນາພັດທະນາແລະເປີດກວ້າງທ່າກໍ່າປັນທະເລພາກພື້ນອາຊີຕາເວັນອອກສ່ຽງໃຕ້ 2013

ກອງປະຊຸມສຳມະນາພັດທະນາແລະເປີດກວ້າງທ່າກໍ່າປັນທະເລພາກພື້ນອາຊີຕາເວັນອອກສ່ຽງໃຕ້ 2013 - ảnh 1
(ພາບປະກອບ)
(vovworld) -   “ພັດທະນາ ​ແລະ ​ເປີດ​ກວ້າງ​ທ່າກໍ່າປັ່ນ​ທະ​ເລພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2013” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເຊິ່ງຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 21/02, ຢູ່​ນະຄອນ​ໂຮ່ຈິ​ມິນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຄຸ້ມ​ຄອງ​ການ​ເດີນ​ທະ​ເລ, ຂຸດ​ຄົ້ນການ​ຂົນ​ສົ່ງ​ທາງ​ທະ​ເລ, ທ່າ​ກໍ່າ​ປັ່ນ, ​ບໍລິການ​ໜູນ​ຊ່ວຍ​ການຂົນ​ສົ່ງ​ທາງ​ທະ​ເລ... 120 ຄົນ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ບົດ​ຮຽນ ກໍ​ຄືຄົ້ນຄວ້າມາດຕະການຕ່າງໆເພື່ອພັດທະນາທ່າກໍ່າປັ່ນ ຢູ່ຫວຽດນາມ ແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ​ຊອກ​ຫາ​ບັນດາ​ເງື່ອນ​ໄຂ, ຄວາມ​ສາມາດ​ທີ່​ເໝາະ​ສົມ​ເພື່ອ​ຮ່ວມ​ມື​ລົງທຶນ, ຮ່ວມ​ທຸລະ​ກິດ, ຮ່ວມ​ສຳພັນ​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ການ​ບໍລິການ​ຂົນສົ່ງ​ທາງ​ທະ​ເລ, ຂຸດ​ຂົ້ນທ່າ​ກຳ​ປັ່ນ. ທ່ານ ຫງວຽນ​ເຍີ​ດ, ຫົວ​ໜ້າ​ກົມການ​ເດີນ​ທະ​ເລ​ຫວຽດນາມ ​ຖື​ວ່າ ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ແກ່​ງແຍ້​ງກັບ​ບັນດາ​ປະຊາ​ຄົມ​​​ເສດຖະກິດ​ອື່ນໆ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ອາ​ຊຽນຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ນະ​ໂຍບາຍ​ກ່ຽວກັບ​ການ​ບໍລິການ​ຂົນສົ່ງ​ທາງ​ທະ​ເລ, ທ່າ​ກໍ່າປັ່ນ, ການ​ບໍລິການ​ໜູນ​ຊ່ວຍ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ການ​ບໍລິການ Logistics... ປະກອບສ່ວນ​ສ້າງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ຂະ​ແໜງ​ເສດຖະກິດ, ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນຢ່າງ​ແໜ້ນ​​ແຟ້ນ.
ຂ່າວ/ບົດ​ອື່ນ