ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບຄຸນຄ່າປູຊະນີຍະສະຖານ ປະທານ Ho Chi Minh

ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບຄຸນຄ່າປູຊະນີຍະສະຖານ    ປະທານ Ho Chi Minh - ảnh 1
ກອງປະຊຸມຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມຄັ້ງທີ 2 ຈັດຂຶ້ນຢູ່ ແຂວງ Tuyen Quang
ພາບປະກອບ: internet

(vovworld) - ​​ເນື່ອງ​ໃນ​ໂອກາດ​ລະນຶກ 65 ປີ ​ແຫ່ງ​ວັນ​ປະທານ Ho Chi Minh ກັບ​ຄືນ​ແຂວງ Tuyen Quang  (2/4/1947 - 2/4/2012) ​ເພື່ອ​ນຳພາ​ປະຊາຊົນ​ໃນ​ທົ່ວ​ປະ​ເທດທຳ​ການ​ຕໍ່ຕ້ານຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ ຝລັ່ງ ຜູ້​ຮຸກ​ຮານ, ຕອນ​ເຊົ້າ​ວັນ​ທີ 2/4, ຢູ່​ແຂວງ Tuyen Quang, ຫໍພິພິດທະພັນ Ho Chi Minh ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Tuyen Quang ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ຄົ້ນ​ຄ້ວາ, ຮັບ​ຮູ້​ເອກະສານ ​ແລະ ຄຸນ​ຄ່າ​ປູ​ຊະນີ​ຍະສະ​ຖານ ກ່ຽວ​ກັບ ປະທານ Ho Chi Minh ​ໄລຍະ 1945 - 1954. ທີ່​ກອງ​ປະຊຸມ​ສຳ​ມະນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ຊີ້​​ແຈງບັນດາ​ບັນຫາ​ໃຫຍ່​ຄື: ສະພາບ​ການ, ​ເນື້ອ​ໃນ, ບົດບາດ ​ແລະ ຄວາມ​ໝາຍປະຫສັດສາ​ດຂອງ​ບັນດາ​ເຫດການ​ທີ່​ກ່ຽວຂ້ອງ​ເຖິງ​ ປະທານ Ho Chi Minh ຢູ່ ​ແຂວງ Tuyen Quang. ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ ​ແມ່ນ​ແນ​ໃສ່​ຊີ້​ແຈງ​​ແນວ​ຄິດ, ຍຸດ​ທະ​ສາດ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ, ຂອງ ປະທານ Ho Chi Minh ກ່ຽວ​ກັບ​ການ​ກໍ່ສ້າງ​ຖານ​ທີ່​ໝັ້ນ​ປະຕິວັດ, ກໍ່ສ້າງ​ເຂດ​ປອດ​ໄພ​ຂອງ​ສູນ​ກາງ​ໃນ​ໄລຍະ​ຕໍ່ຕ້ານ ​ແລະ ​​ໄລຍະ​ ປະທານ Ho Chi Minh ເຮັດ​ວຽກຢູ່​ແຂວງ Tuyen Quang ກໍ​ຄື​ບັນດາ​​ເຫດການ, ຂໍ້​ຕົກລົງ​ສຳຄັນທີ່​ສຸດ​ຂອງ​ສູນ​ກາງ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ຢູ່ ​ແຂວງ​ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ