ກອງປະຊຸມສຳມະນາວິທະຍາສາດ 70 ປີແຫ່ງວັນລັດຖະທຳມະນູນຫວຽດນາມ


ກອງປະຊຸມສຳມະນາວິທະຍາສາດ 70 ປີແຫ່ງວັນລັດຖະທຳມະນູນຫວຽດນາມ - ảnh 1
ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ 70 ປີ​ແຫ່ງວັນ​ລັດ​ຖະ​ທຳ​ມະ​ນູນ​ຫວຽດ​ນາມ

(vovworld)- ຕອນ​ເຊົ້າ​ວັນ​ທີ 5/11, ຢູ່​ຮ່າ​ໂນ້ຍ, ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ 70 ປີ​ແຫ່ງວັນ​ລັດ​ຖະ​ທຳ​ມະ​ນູນ​ຫວຽດ​ນາມ. ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ຜູ້​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ​ໄດ້​ແລກ​ປ່ຽນ, ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ທຳ​ອິດ​ໃນ​ຂະ​ບວນ​ວິ​ວັດ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ປະ​ກອບ​ສ່ວນ​ສ້າງ​ລັດ​ແຫ່ງ​ກົດ​ໝາຍ.

       ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ເລ​ມິນ​ທົງ ຮອງ​ປະ​ທານ​ກຳ​ມະ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄຈ້​ແຍກວ່າ :

    “ ລັດ​ຖະ​ທຳ​ມະ​ນູນ​ປີ 1946 ໄດ້​ວາງ​ບັນ​ດາ​ຄຸນ​ຄ່າ​ປະ​ຊາ​ທິ​ປະ​ໄຕ​ທຳ​ອິດຊຶ່ງ​ລະ​ບອບ​ການ​ເມືອງ​ຂອງ​ພວກ​ເຮົາ​ໄດ້​ເດີນ​ຕາມ, ນັ້ນ​ແມ່ນ​ຮູບ​ການ​ປົກ​ຄອງລັດ​ຖະ​ສະ​ພາ. ແມ່ນ​ຮູບ​ການ​ປົກ​ຄອງ​ພິ​ເສດ, ທັງເຊີດ​ຊູ​ລັດ​ຖະ​ສະ​ພາ, ແຕ່​ກໍ​ທັງ​ເຊີດ​ຊູ​ຜູ້​ນຳ​ໜ້າ. ຜູ້​ນຳ​ລັດ ທັງ​ແມ່ນ​ຜູ້​ນຳລັດ​ຖະ​ບານ​ໂດຍລັດ​ຖະ​ສ​ະ​ພາ​ເລືອກ​ຕັ້ງ. ນັ້ນ​ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ. ບັນ​ດາ​ຄຸນ​ຄ່ານັ້ນ, ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຄົ້ນ​ຄ້​ວາ, ຂຸດ​ຄົ້ນ ”

ຂ່າວ/ບົດ​ອື່ນ