ກອງປະຊຸມສຳມະນາສາກົນກ່ຽວກັບການພັດທະນາ ແລະ ຄວາມປອດໄພຢູ່ທະເລ
ກອງປະຊຸມສຳມະນາສາກົນກ່ຽວກັບການ
ພັດທະນາ ແລະ ຄວາມປອດໄພຢູ່ທະເລ
(ພາບ: VTV)
(vovworld) - ກອງປະຊຸມສຳມະນາສາກົນກ່ຽວກັບການພັດທະນາ ແລະ ຄວາມປອດໄພຢູ່ທະເລມີຫົວຂໍ້ວ່າ “ການຮ່ວມມືສາກົນ ແລະ ການແບ່ງປັນບົດຮຽນອາຊີ - ເອີລົບ“ ໄດ້ເປີດຂື້ນໃນຕອນເຊົ້າວັນທີ 9/6 ຢູ່ນະຄອນ ຫ້າລອງ, ປະເທດ ຫວຽດນາມ. ກອງປະຊຸມສຳມະນາໂດຍຄະນະຜູ້ແທນສຳພັນທະມິດເອີລົບປະຈຳ ຫວຽດນາມ ແລະ ສະຖາບັນການຕ່າງປະເທດສົມທົບກັນຈັດຕັ້ງ, ກອງປະຊຸມນີ້ໄດ້ດຶງດູດບັນດານັກຮຽນຮູ້, ນັກຊ່ຽວຊານຂອງສຳພັນທະມິດ ເອີລົບ, ບັນດາປະເທດ: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແລະ ອາຊຽນ. ຝ່າຍ ຫວຽດນາມມີຜູ້ແທນ 150 ຄົນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມສຳມະນາແມ່ນເພື່ອແລກປ່ຽນທັດສະນະ, ແບ່ງປັນບົດຮຽນ ແລະ ທາບທາມຄວາມເຫັນກ່ຽວກັບບັນດາພຶດຕິກຳຕົວຈິງດີທີ່ສຸດໃນການຊຸກຍູ້ຄວາມປອດໄພ, ການຮ່ວມມືສາກົນ. ພ້ອມທັງຊອກເຫັນບັນດານະໂຍບາຍຮັບມືກັບການທ້າທາຍກ່ຽວກັບຄວາມປອດໄພຢູ່ທະເລຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາບັນດາແຫຼ່ງຊັບພະຍາກອນທະເລຢ່າງໝັ້ນຄົງ. ກ່າວຄວາມເຫັນເປີດກອງປະຊຸມສຳມະນາ, ທ່ານ ດັ້ງດິ່ງກວີ໋, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຢືນຢັນວ່າ:
“ຄວາມປອດໄພຢູ່ທະເລນັບມື້ນັບມີຄວາມສຳຄັນ ແລະ ຈຳເປັນ. ດັ່ງນັ້ນພວກເຮົາຕ້ອງມີຄວາມມານະພະຍາຍາມຮ່ວມມືຫຼາຍກວ່າ, ກ່ອນອື່ນໝົດແມ່ນຕ້ອງມີບັນດາກອງປະຊຸມສຳມະນາຄືແນວນີ້ ເພື່ອສ້າງແນວຄວາມຄິດ, ບັນດາຂໍ້ສະເໜີແນະ ເພື່ອໃຫ້ບັນດາລັດຖະບານ ແລະ ທຸກປະຊາຄົມຢູ່ພາກພື້ນນີ້ ກໍ່ຄືໃນທົ່ວໂລກເຂົ້າໃຈໄດ້ໄພອັນຕະລາຍ ແລະ ຮ່ວມມືນຳກັນ“.