ກອງປະຊຸມສຳມະນາ“ຫວຽດນາມ-ສະຖານທີ່ທ່ອງທ່ຽວດຳເນີນທຸລະກິດຂອງເພື່ອນ"ຢູ່ອັງກິດ

ກອງປະຊຸມສຳມະນາ“ຫວຽດນາມ-ສະຖານທີ່ທ່ອງທ່ຽວດຳເນີນທຸລະກິດຂອງເພື່ອນ
ທ່ານ​ນາງ ໂຮ່​ທິ​ກີມ​ທວາ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​
ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ
ພາບ:.pvn.vn


(vovworld)- ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ໂດຍ​ສະ​ພາ​ການ​ຄ້າອັງ​ກິດ - ອາ​ຊຽນ (UKABC) ຫາກໍ່​ຈັດ​ຕັ້ງ​ຢູ່​ນະ​ຄອນ​ຫລວງ ລອນດອນ ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ປະ​ຕິ​ບັດ​ງານ​ລະ​ຫວ່າງ​ກະ​ຊວງ​ໂດຍ​ທ່ານ​ນາງ ໂຮ່​ທິ​ກີມ​ທວາ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ນຳ​ຫນ້າ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 8 ຄະ​ນະ​ກຳ​ມະ​ການ​ປະ​ສົມ ຫວຽດ​ນາມ -ອ​ັງ​ກິດ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ການ​ຄ້າ ຈັດ​ຂຶ້ນ​ຢູ່ ອັງ​ກິດ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ ໂຮ່​ທີ​ກີມ​ທວາ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ແນະ​ນຳ​ບັນ​ດາ​ກາ​ລະ​ໂອ​ກາດ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ, ໃນ​ນັ້ນ ເນັ້ນ​ຫນັກວ່າ ຫວຽດ​ນາມ ໄດ້ ແລະ ພວມ​ຕັ້ງ​ຫນ້າ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່, ສ້າງ​ລະ​ບົບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ສ້າງ​ເງື່ອນ​ໄຂ​ສະ​ດວກ, ສະ​ເຫມີ​ພາບ ແລະ ໂປ່ງ​ໃສ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ. ທ່ານ​ນາງ​ໂຮ່​ທິ​ກີມ​ທວາ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ຢື​ນ​ຢັນ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ມີ​ຄວາມ​ຮັບ​ຜິດ​ຊອບ ທີ່ໄດ້​ລົງ​ນາມ​ໃນ​ສັນ​ຍາ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ​ຫລາຍ​ສະ​ບັບ ແລະ ​ຍັງມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍຢ່າງ​ເພື່ອ​ຂຸດ​ຄົ້ນ​ການ​ລົງ​ທຶນ ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ຜ່ານ​ເວ​ທີ​ປາ​ໄສ​​ຄັ້ງນີ້ ບັນ​ດາ​ວິ​ສາ​ຫະ​ກິດ​ຈະ​ມີ​ຂໍ້​ມູນ​ຂ່າວ​ສານ​ຕື່ມ​ອີກ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື, ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ດ້ານ​ການ​ຄ້າ​ຢູ່​ຫວຽດ​ນາມ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ອັງ​ກິດ​​ໃຫ້ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.

 

 

ຂ່າວ/ບົດ​ອື່ນ