ກອງປະຊຸມສຳມະນາຮ່ວມມືໂທລະພາບຫວຽດນາມ - ລາວ

ກອງປະຊຸມສຳມະນາຮ່ວມມືໂທລະພາບຫວຽດນາມ - ລາວ - ảnh 1
ພາບປະກອບ

(vovworld) – ​ວັນ​ທີ 17/5, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ສະຖານີໂທລະພາບຫວຽດນາມ ສົມທົບ​ກັບ​ສະຖານີ​​ໂທລະພາບ​ແຫ່ງ​ຊາດ​ລາວ ​ໄດ້​ຈັດ​ຕັ້ງ ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ “ກົນ​ໄກ​ຄຸ້ມ​ຄອງ​ດ້ານ​ການ​ເງິນ ​ແລະ ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸ​ດ”. ນີ້​ແມ່ນ​ໜຶ່ງ ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ໜູນ​ຊ່ວຍ​ການ​ແລກປ່ຽນ​ບຳລຸງ​ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸ​ດ ລະຫວ່າງ ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ ​ແລະ ສະ​ຖານີ​ໂທລະພາບ​ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ການ​ກໍ່ສ້າງ​ກົນ​ໄກ ຄຸ້ມ​ຄອງ​ດ້ານ​ການ​ເງິນ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸ​ດ​ໃຫ້​ແກ່​ສະຖານີ​ໂທລະພາບ​ແຫ່ງ​ຊາດ, ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບພະຍາກອນ​ມະນຸດ, ​ເຕັກນິກ​ການ​ຜະລິດ​ບັນດາ​ລາຍການ​ໂທລະພາບ​ທີ່​ມີ​ຄຸນ​ນະພາ​ບສູງ, ພັດທະນາ​ຄວາມ​ສາມາດ​ວິຊາ​ຊີບ​ໃຫ້​ແກ່​ຖັນ​ແຖວ​ພະນັກງານ​ຜູ້​​ເຮັດວຽກ​ງານ​ໂທລະພາບ​ລາວ.

ຂ່າວ/ບົດ​ອື່ນ