ກອງປະຊຸມສຳມະນາ ວິສາຫະກິດຫວຽດ ນາມ-ສ.ເຊັກຢູ່ປາຣາຮາ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: Ngọc Mai/Vietnam+)
(vovworld)- ວັນທີ 22/9, ຢູ່ປຣາຮາ, ກົມການຄ້າຫວຽດນາມ ປະຈຳ ສ.ເຊັກ ສົມທົບກັບຫ້ອງການເສດຖະກິດ ເຊັກ ໄດ້ຈັດກອງປະຊຸມສຳມະນາວິສາຫະກິດຫວຽດນາມ-ສ.ເຊັກ ເພື່ອແນໃສ່ຊຸກຍູ້ການຮ່ວມມືດດ້ານການຄ້າ-ການລົງທຶນລະຫວ່າງສອງປະເທດ. ໃນບົດປະກອບຄວາມເຫັນ “ຫວຽດນາມ-ກາລະໂອກາດລົງທຶນ ແລະ ການຄ້າ“, ທ່ານຫງວຽນທັງລອງ ທູດການຄ້າ, ສະຖານທູດຫວຽດນາມ ປະຈຳ ສ.ເຊັກ ເນັ້ນໜັກວ່າ: ສ.ເຊັກ ມີທ່າແຮງໃນການຫັນພື້ນຖານເສດຖະກິດອຸດສາຫະກຳຕາມທິດສົ່ງອອກດ້ວຍຫຼາຍຂະແໜງອຸດສາຫະກຳທີ່ມີອິດທິພົນຊື່ສຽງໃນໂລກ. ຫວຽດນາມ ສົນໃຈຕໍ່ການນຳເຂົ້າເຄື່ອງຈັກ, ເຄື່ອງອາໄຫ່ລ, ຜະລິດຕະພັນເຕັກໂນໂລຊີສູງຂອງ ສ.ເຊັກ ກໍ່ຄືບັນດາປະເພດສິນຄ້າຮັບໃຊ້ການປຜະລິດ, ການໃຊ້ສອຍພາຍໃນປະເທດ ແລະ ການປຸງແຕ່ງສິນຄ້າສົ່ງອອກ. ພ້ອມກັນນັ້ນ, ຫວຽດນາມ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດານັກລົງທຶນ ແລະ ວິສາຫະກິດເຊັກ ມາຊອກຮູ້ຕະຫຼາດ, ຊອກຫາຄູ່ຮ່ວມມື, ສ້າງບັນດາການຮ່ວມມືຮ່ວມທຸລະກິດເພື່ອທຳການຜະລິດ, ສະໜອງບັນດາຜະລິດຕະພັນຢູ່ຫວຽດນາມ ຫລືສົ່ງໄປຂາຍຢູ່ປະເທດທີ 3. ໃນຂະນະນັ້ນ, ທ່ານນາງ Jana Ackermann ຜູ້ຕາງໜ້າອົງການໜູນຊ່ວຍຂອງສະຫະພາບເອີລົບ (ອີຢູ) ຖືວ່າ, ໂອກາດລົງທຶນເຂົ້າຫວຽດນາມ ແມ່ນສາມາດເປັນໄປໄດ້, ຫວຽດນາມ ແມ່ນປະເທດມີຄວາມສາມາດບົ່ມຊ້ອນອັນໃຫ່ຍຫຼວງດ້ວຍຕະຫຼາດເປີດກ້ວາງ ແລະ ມີພົນລະເມືອງຫຼາຍ./.