ພາບປະກອບ:laodong.com.vn
|
(vovworld)- ວັນທີ 27/1 ຢູ່ ນະຄອນ ໂຮ່ຈິມີນ, ກະຊວງແຮງງານ ທະຫານເສຍອົງຄະແລະ ສັງຄົມຫວຽດນາມ ສົມທົບກັບສະຫະສະມາຄົມບັນດາວິສາຫະກິດ ເອີລົບ (EuroCham) ໄດ້ຈັດຕັ້ງກອງປະຊຸມສຳມະນາຕີລາຄາໝາກຜົນການປະຕິບັດ ດຳລັດຂອງລັດຖະບານ ກຳນົດລະອຽດການປະຕິບັດບາງຂໍ້ມາດຕາຂອງປະມວນກົດໝາຍແຮງງານກ່ຽວກັບຄົນງານຕ່າງປະເທດເຮັດວຽກຢູ່ ຫວຽດນາມ ແລະ ບັນດາຂໍ້ສະເຫນີ ປັບປຸງ, ເພີ່ມເຕີມ. ຕາມກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລ້ວ, ເພື່ອປະຕິບັດບັນດາຂໍ້ກຳນົດໃນດຳລັດກ່ຽວກັບການຄຸ້ມຄອງຄົນງານຕ່າງປະເທດເປັນຢ່າງດີ, ກະຊວງດັ່ງກ່າວຈະເພີ່ມທະວີການປະຕິບັດວຽກງານຄຸ້ມຄອງຄົນງານຕ່າງປະເທດເຮັດວຽກຢູ່ຫວຽດນາມ. ໃນນັ້ນ ແນະນຳ ແລະ ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃນການອອກຫນັງສືອະນຸຍາດໃຫ້ຄົນງານຕ່າງປະເທດຢ່າງທັນການ ເພື່ອຕອບສະຫນອງຄວາມຕ້ອງການນຳໃຊ້ຄົນງານຂອງບັນດາວິສາຫະກິດ. ພ້ອມທັງສືບຕໍ່ຄົ້ນຄ້ວາ, ປັບປຸງຂໍ້ກຳນົດ, ຂັ້ນຕອນອອກຫນັງສືອະນຸຍາດໃຫ້ຄົນງານຕ່າງປະເທດເຮັດວຽກຢູ່ຫວຽດນາມ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນກໍຄືວຽກງານຄຸ້ມຄອງລັດກ່ຽວກັບຄົນງານຕ່າງປະເທດ.