ກອງປະຊຸມຜ່ານເຄືອຂ່າຍອນເຕີແນດຮັບມືກັບໄພແຫ້ງແລ້ງ ແລະ ການຊຶມນຳ້ເຄັມຢູ່ແຂວງກວາງນິງ
(ພາບ: ອິນເຕີແນດ)
(vovworld) - ຕອນເຊົ້າວັນທີ 31/10, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເປັນປະທານ ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດຂອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດກັບບັນດາແຂວງ, ນະຄອນໃນທົ່ວປະເທດ ເພື່ອຮັບມືກັບໄພແຫ້ງແລ້ງ ແລະ ການຊຶມນຳ້ເຄັມປີ 2015-2016 ແລະ ຜົນສະທ້ອນຂອງປະກົດການ El Nino. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖີ່ນ ເພີ່ມທະວີການໂຄສະນາ ເພື່ອໃຫ້ປະຊາຊົນຮັບຮູ້ແຈ້ງ ບັນດາການກະທົບທີ່ຫຍໍ້ທໍ້ຂອງປະກົດການ El Nino ເວົ້າສະເພາະ ແລະ ການປ່ຽນແປງຂອງດິນຟ້າອາກາດເວົ້າລວມ, ຮັບປະກັນແຫຼ່ງນຳ້ໃຫ້ການດຳເນີນຊີວິດ, ການບໍລິການ ແລະ ນຳ້ຮັບໃຊ້ການຜະລິດກະສິກຳ, ປ່າໄມ້, ສິນໃນນຳ້, ຮັບປະກັນອະນາໄມສິ່ງແວດລ້ອມ ແລະ ກັນໂລກລະບາດ.