ການສອນວິຊາຊີບໂດຍບໍ່ເສຍຄ່າໃຫ້ຄົນພິການ
(ພາບ: TTXVN)
(vovworld) - ວັນທີ 15/10 ຢູ່ຮ່າໂນ້ຍ. ຜູ້ແທນດີເດັ່ນ 200 ຄົນທີ່ຕາງໜ້າໃຫ້ເກືອບ 700 ວິສາຫະກິດເປັນສະມາຊິກຂອງສະຫະສະມາຄົມ ວິສາຫະກິດຂອງທະຫານເສຍອົງຄະ ແລະ ຄົນພິການ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 3, ອາຍຸການ 2015 – 2020. ໃນອາຍຸການຜ່ານມາ, ບັນດາສາຂາສະຫະສະມາຄົມໄດ້ສ້າງວຽກເຮັດງານທຳ ແລະ ລາຍຮັບເປັນປົກປະຕິໃຫ້ທະຫານເສຍອົງຄະ, ຄົນພິການ ນັບແສນຄົນ, ດຳເນີນການສອນວິຊາຊີບໂດຍບໍ່ເສຍຄ່າໃຫ້ຄົນພິການ ນັບໝຶ່ນຄົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ໃນອາຍຸການທີ່ມາເຖິງ, ກອງປະຊຸມໃຫຍ່ ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບສະຫະສະມາຄົມໃນສັງຄົມ ເຮັດໃຫ້ປະຊາຊົນ, ບັນດາອົງການການເມືອງ, ເສດຖະກິດ, ສັງຄົມ, ອາຊີບຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ, ຮ່ວມແຮງຮ່ວມໃຈກະທຳ, ເບິ່ງແຍງການຮັບປະກັນສິດ, ວຽກເຮັດງານທຳ, ຊີວິດການເປັນຢູ່ຂອງທະຫານເສຍອົງຄະ ແລະ ຄົນພິການໃນທົ່ວປະເທດ.