(vovworld) - ວັນທີ 19/12, ກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າທົ່ວປະເທດຄັ້ງທີ 5 ສືບຕໍ່ປຶກສາຫາລືກ່ຽວກັບວຽກງານບຸກຄະລາກອນ ແລະ ດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງສະມາຄົມຊຸດທີ 5, ອາຍຸການ 2012 – 2017. ໃນມື້ເຮັດວຽກທີ 2, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ສະມາຄົມນັກຮົບເກົ່າຫວຽດນາມ ຄັ້ງທີ 5 ໄດ້ສຸມໃສ່ປຶກສາຫາລືກ່ຽວກັບທິດທາງໜ້າທີ່ໃນອາຍຸການຕໍ່ໄປ. ຕາມບັນດາຜູ້ແທນແລ້ວ,ໃນອາຍຸການທີ 4, ສະມາຄົມໄດ້ປະຕິບັດໜ້າທີ່ການເມືອງເປັນຢ່າງດີ, ກໍ່ສ້າງສະມາຄົມໂປ່ງໃສ-ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ເພື່ອປະຕິບັດວຽກງານພະນັກງານສະມາຄົມເປັນຢ່າງດີໃນອາຍຸການທີ່ຈະມາເຖິງ, ທ່ານຫງວຽນວັນຮວານ ປະທານສະມາຄົມນັກຮົບເກົ່າແຂວງນາມດິ້ງ ຖືວ່າ:
“ໃນໄລຍະຈະມາເຖິງ, ສະມາຄົມນັກຮົບເກົ່າຕ້ອງເພີ່ມທະວີວຽກງານສຶກສາອົບຮົມດ້ານການເມືອງແນວຄິດ, ກຳນົດທິດໃຫ້ພະນັກງານ, ສະມາຊິກສະມາຄົມເພື່ອຮັກສາຄຸນນະທາດດ້ານການເມືອງ. ຕ້ອງມີການສຶກສາອົບຮົມເປັນປະຈຳ, ເລິກເຊີ່ງກ້ວາງຂວາງ ແລະ ເຖິງຖອງ“.
ກ່ອນໜ້ານັ້ນ, ໃນພິທີ່ໄຂກອງປະຊຸມໃຫຍ່ ເມື່ອວັນທີ 18/12, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ.
“ດ້ວຍຄວາມສຸດຈິດສຸດໃຈ ແລະ ອິດທິພົນຊື່ສຽງຂອງຕົນ, ບັນດາອະດີດນັກຮົບເກົ່າ ແລະ ສະມາຄົມອະດີດນັກຮົບເກົ່າມີເງື່ອນໄຂ, ທີ່ຕັ້ງຫຼາຍຢ່າງເພື່ອພ້ອມກັບຄະນະຊາວໜຸ່ມຊ່ວຍພັກສຶກສາ, ບຳລຸງສ້າງລຸມໜຸ່ມຢ່າງລວງເລິກ, ມີປະສິດທິຜົນ, ໂດຍສະເພາະແມ່ນໃນວຽກງານສຶກສາໂຄສະນາມູນເຊື້ອ, ສຶກສາລັດທິວິລະຊົນປະຕິວັດ, ຖ່າຍທອດບົດຮຽນໃຫ້ລຸ້ມໜຸ່ມ. ຫວັງວ່າ ບັນດາສະຫານຖືວ່າ ນີ້ແມ່ນໜ້າທີ່ສຳຄັນຂອງສະມາຄົມ, ທັງແມ່ນຄວາມຮັບຜິດຊອບ, ທັງແມ່ນອາລົມຈິດຂອງອະດີດນັກຮົບຕໍ່ຊາວໜຸ່ມ. ສະມາຄົມ ແລະ ສະມາຊິກນັກຮົບທຸກຂັ້ນເຂົ້າຮ່ວມ ພ້ອມກັບຊາວໜຸ່ມໃນຂະບວນການກໍ່ຮ່າງສ້າງຕົວ, ສ້າງວິຊາຊີບ, ເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດສ້າງຂອງຊາວໜຸ່ມໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.”
ທ່ານເລຂາທິການໃຫຍ່ປາດຖະໜາວ່າ, ສະມາຄົມນັກຮົບເກົ່າ ຕ້ອງເອົາໃຈໃສ່ເບິ່ງແຍງສ້າງສະມາຄົມໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງນັບທັງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ; ປ່ຽນໃໝ່ວິທີ່ ແລະ ເນື້ອໃນຂອງການເຄື່ອນໄຫວ; ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕາມກົດໝາຍຂອງອະດີດນັກຮົບ. ທ່ານເລຂາທິການໃຫຍ່ຫວັງວ່າ ສະມາຄົມນັກຮົບເກົ່າຊີ້ນຳການປະຕິບັດຢ່າງມະຕິສູນກາງຄັ້ງທີ 4 (ຊຸດທີ 11) ກ່ຽວກັບວຽກງານກໍ່ສ້າງພັກຕັ້ງໜ້າ, ຢືດໝັ້ນ ແລະ ມີປະສິດທິຜົນ; ເຂົ້າຮ່ວມການກໍ່ສ້າງພັກ, ລັດ ໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງ, ໄກ້ສິດຕິດແທດກັບປະຊາຊົນຢ່າງສະໜິດສະໜົມ.