( vovworld ) - ວັນທີ 20/5, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ G8 ໄດ້ດຳເນີນກອງປະຊຸມຢູ່ລັດ Marilen ( ອາເມລິກາ ) ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ່ສອງ. ໃນມືທຳອິດຂອງກອງປະຊຸມ, ການນຳບັນດາປະເທດ G8 ເຊິ່ງລວມມີ ອາເມລິກາ, ອັງກິດ, ການາດາ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ ແລະ ລັດເຊຍໄດ້ເປັນເອກະພາບນຳກັນບັນດາບັນຫາສຳຄັນ. ທ່ານປະທານາທິດີອາເມລິກາ Barack Obama, ໄດ້ເປັນປະທານກອງປະຊຸມຂອງການນຳກຸ່ມ G8, ທ່ານຖະແຫຼງວ່າກຸ່ມດັ່ງກ່າວໄດ້ເປັນເອກະພາບນຳກັນກ່ຽວກັບວິທີສຳພັດໃນຮອບເຈລະຈາທີ່ຈະມາເຖິງກັບອີຣານ. ບັນດາປະເທດ G8 ໃຫ້ຄຳໝັ້ນສັນຍາກ່ຽວກັບການເຕີບໂຕ, ຮັກສາຄວາມໝັ້ນຄົງ ແລະ ປັບປຸ່ງດ້ານການເງິນ, ໃນສະພາບບັນດາການນຳພວມມານະພະຍາຍາມແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບວິທີຮັບມືກັບວິກິດການທີ່ນັບມື້ນັບຮ້າຍແຮງໃນພາກພື້ນນຳໃຊ້ສະກຸ່ນເງິນເອີໂລລວມ. ທ່ານປະທານາທິບໍດີ Obama ສະເໜີໃຫ້ບັນດາການນຳເອີລົບຕ້ອງໂຍະຍານນະໂຍບາຍຄັດເຂັມຄັດ ແລະ ສຸມໃສ່ຊຸກຍູ້ເສດຖະກິດພັດທະນາ.