ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ຕ້ອນຮັບຄະນະ ພະນັກງານກະຊວງປ້ອງກັນປະເທດລາວ

(vovworld) -     ຕອນ​ບ່າຍ​ວັນ​ທີ 15/8, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ທີ່​ຮ່າ​ໂນ້ຍ, ທ່ານ​ພົນ​ຕີ Vo Van Tuan, ຮອງຫົວໜ້າ​ເສນາ​ທິການ​ໃຫຍ່ ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ພົນ​ຈັດຕະວາ ວິ​ໄສ ຈັນທະ​ມາດ, ຫົວໜ້າ​ກົມ​ວິທະຍາສາດ​ປະ​ຫວັດ​ສາດ, ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ເຂົ້າ​ຢ້ຽມຂໍ່ານັບ. ຕາງໜ້າ​​ໃຫ້ການ​ນຳ​ກອງ​ເສນາ​ທິການ​​ໃຫຍ່ ກອງທັບປະຊາ​ຊົນ​ຫວຽດນາມ, ​ພົນ​ຕີ Vo Van Tuan ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້ ຂອງພົນ​ຈັດຕະວາ ວິ​ໄສ ຈັນທະ​ມາດ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ. ​ພົນ​ຕີ Vo Van Tuan ​ໄດ້​ຖື​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ແບບ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ເນື່ອງ​ໃນ​ໂອກາດ​ຫວຽດນາມ ​ແລະ ລາວ ສະ​ເຫຼີ​ມສະຫຼອງ “ປີ​ສາມັກຄີ​ມິດ​ຕະພາບ​ຫວຽດນາມ - ລາວ”, 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ຮ່ວມ​ມື​ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ